ວົງການຕ່າງໆຂອງໄທຄອງຄອຍການຢ້ຽມຢາມຂອງທ່ານປະທານສີຈີ້ນຜິງຈະຊຸກຍູ້ການຮ່ວມມືໄທ-ຈີນ

CRI, November 17, 2022
Size:

    ໂດຍຕອບສະໜອງຕາມຄຳເຊີນຂອງທ່ານປະຢຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ, ທ່ານສີຈີ້ນຜິງ ປະທານປະເທດຈີນຈະເດີນທາງໄປນະຄອນຫຼວງບາງກອກເພື່ອເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດຂອງອົງການຮ່ວມມືທາງເສດຖະກິດອາຊີ-ປາຊີຟິກ ຫຼື ເອເປັກຄັ້ງທີ 29 ແລະ ຢ້ຽມຢາມປະເທດໄທ.

    ວົງການຕ່າງໆຂອງໄທກ່າວວ່າ, ເຂົາເຈົ້າເອົາໃຈໃສ່ຕໍ່ຂໍ້ລິເລີ່ມ ແລະ ເຈດຈຳນົງທີ່ທ່ານປະທານສີຈີ້ນຜິງຈະສະເໜີອອກໃນກອງປະຊຸມ ແລະ ຄອງຄອຍການຢ້ຽມຢາມຂອງທ່ານປະທານສີຈີ້ນຜິງຈະສາມາດຊຸກຍູ້ການພົວພັນມິດຕະພາບລະຫວ່າງໄທ ກັບ ຈີນຕື່ມອີກ.

    ທ່ານສະນັ້ນ ອັງອຸບົນກຸນ ປະທານສະມາຄົມການຄ້າໄທກ່າວວ່າ, ທ່ານປະທານສີຈີ້ນຜິງເຂົ້າຮ່ວມກອງປະຊຸມເທື່ອນີ້ຕາມຄຳເຊີນແມ່ນມີຄວາມໝາຍສຳຄັນຫຼາຍ, ຈະມີຜົນດີໃຫ້ໄທ ກັບ ຈີນພ້ອມກັນຊຸກຍູ້ໃຫ້ເສດຖະກິດຟື້ນຟູ ແລະ ຊຸກຍູ້ການພົວພັນມິດຕະພາບລະຫວ່າງໄທ-ຈີນ.

    ທ່ານອິດທິພົນ ຄຸນປລື້ມ ລັດຖະມົນຕີກະຊວງວັດທະນະທຳການທ່ອງທ່ຽວໄທເຫັນວ່າ, ໃນຖານະທີ່ເປັນປະເທດເຂັ້ມແຂງດ້ານເສດຖະກິດ, ຈີນໄດ້ເສີມຂະຫຍາຍບົດບາດໃຫຍ່ຫຼວງເພື່ອຊຸກຍູ້ເສດຖະກິດພາກພື້ນໃຫ້ພັດທະນາ. ໃນຖານະທີ່ເປັນເຈົ້າພາບກອງປະຊຸມອົງການເອເປັກເທື່ອນີ້, ປະເທດໄທໄດ້ຮັບກຽດເປັນຢ່າງສູງທີ່ສາມາດເຊື້ອເຊີນທ່ານປະທານສີຈີ້ນຜິງມາເຂົ້າຮ່ວມ ແລະ ຫາລືແຜນການພັດທະນາເສດຖະກິດຮ່ວມກັນ.