ທ່ານຫຼີເຄີ້ສຽງເຂົ້າຮ່ວມກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ 17

CRI, November 16, 2022
Size:

ຕອນເຊົ້າວັນທີ 13 ພະຈິກນີ້, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ 17 ຢູ່ນະຄອນຫຼວງພະນົມເປັນລາຊະອານາຈັກກຳປູເຈຍ. ມີຜູ້ນຳຫຼືຜູ້ຕາງໜ້າຂອງບັນດາປະເທດໃນອາຊຽນ ພ້ອມດ້ວຍອາເມຣິກາ, ຍິ່ປຸ່ນ, ສ.ເກົາຫຼີ, ອົສຕຣາລີ, ນູແວນເຊລັງ, ອິນເດຍແລະຣັດເຊຍເປັນຕົ້ນໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້.

ທ່ານຫຼີເຄີ້ສຽງກ່າວວ່າ: ສະຖານະການໃນປັດຈຸບັນແມ່ນສັບສົນຫຼາຍ, ປະຊາຊົນໃນພາກພື້ນອອກສຽງຮຽກຮ້ອງສັນຕິພາບແລະສະແຫວງຫາການພັດທະນານັບມື້ນັບແຮງຂຶ້ນ. ຕໍ່ສະພາບການແບບນີ້, ທ່ານຫຼີເຄີ້ສຽງໄດ້ສະເໜີອອກຂໍ້ລິເລີ່ມ 3 ຂໍ້ດັ່ງລຸ່ມນີ້:

ໜຶ່ງແມ່ນຍຶດໝັ້ນການສົນທະນາຍຸດທະສາດ, ດຳເນີນການໄປມາຫາສູ່ກັນລັກສະນະສ້າງສັນ, ຊຸກຍູ້ການສົນທະນາແລະເປິກສາຫາລືກັນລະຫວ່າງປະເທດໃນພາກພື້ນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນ, ແກ້ໄຂຄວາມຂັດແຍ້ງກັນຢ່າງເໝາະສົມ, ບໍ່ຄວນຕັດຂາດການຕິດຕໍ່ພົວພັນກັນ, ຍິ່ງບໍ່ຄວນເປັນປໍລະປັກກັນ.

ສອງແມ່ນຍຶດໝັ້ນການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເກາະແຂນກັນຮັບມືກັບຄວາມສ່ຽງແລະສິ່ງທ້າທາຍ. ຈັດຕັ້ງປະຕິບັດສັນຍາຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນໃຫ້ດີ,ປົກປັກຮັກສາຄວາມໝັ້ນຄົງ, ໝັ້ນທ່ຽງແລະລຸໂລ່ງຂອງຕ່ອງໂສ້ການຜະລິດແລະການສະໜອງ ລວມທັງຄວາມໝັ້ນຄົງຂອງທັນຍາຫານແລະພະລັງງານ, ຮ່ວມກັນຮັບມືກັບການປ່ຽນແປງຂອງດິນຟ້າອາກາດແລະສິ່ງທ້າທາຍທາງດ້ານສິ່ງແວດລ້ອມຊີວະພາບ.

ສາມແມ່ນຍຶດໝັ້ນຖານະໃຈກາງອາຊຽນ, ກໍ່ສ້າງໂຄງປະກອບພາກພື້ນກວມລວມ.

ຜູ້ນຳທີ່ເຂົ້າຮ່ວມກອງປະຊຸມກ່າວວ່າ: ບັນດາປະເທດໃນພາກພື້ນຄວນຮັກສາຄວາມສາມັກຄີເປັນເອກະພາບກັນ, ຍຶດໝັ້ນເຄົາລົບເຊິ່ງກັນແລະກັນ,ດຳເນີນການສົນທະນາແລະຮ່ວມມືກັນ, ຈັດຕັ້ງປະຕິບັດລັດທິຫຼາຍຝ່າຍທີ່ເປີດປະຕູແລະກວມລວມ, ປ້ອງກັນຜົນປະໂຫຍດຮ່ວມ, ຮັບມືກັບສິ່ງທ້າທາຍຮ່ວມ, ສ້າງສາເຂດແຄວ້ນອາຊີຕາເວັນອອກທີ່ມີສັນຕິພາບ, ປອງດອງກັນແລະຈະເລີນຮຸ່ງເຮືອງ.