ເວທີປາໄສ ລະບຽງເສດຖະກິດອະນຸພາກພື້ນແມ່ນ້ຳຂອງ ຄັ້ງທີ 13 ໄດ້ໄຂຂຶ້ນຢ່າງເປັນທາງການ

lmcchina.org, November 15, 2022
Size:

ວັນທີ 3 ພະຈິກນີ້, ສປ ຈີນ ໄດ້ເປັນ ເຈົ້າພາບຈັດເວທີປາໄສລະບຽງເສດຖະກິດອະນຸພາກພື້ນແມ່ນ້ຳຂອງ (GMS) ຄັ້ງທີ 13 ໃນນາມປະທານໝູນວຽນ ດ້ວຍຮູບແບບລະບົບອອນລາຍຢູ່ທີ່ນະຄອນຫຼວງປັກກິ່ງ, ເຊິ່ງມີຜູ້ເຂົ້າຮ່ວມ 200 ກວ່າທ່ານທີ່ເປັນຜູ້ຕາງໜ້າຈາກບັນດາປະເທດສະມາຊິກ GMS, ອົງການຈັດຕັ້ງການພັດທະນາສາກົນ ແລະ ວົງການອຸດສາຫະກຳ-ການຄ້າ.

ເວທີປາໄສຄັ້ງນີ້ ໄດ້ດຳເນີນໄປພາຍໃຕ້ຫົວຂໍ້ “ເລັ່ງລັດການຟື້ນຟູເສດຖະກິດຂອງບັນດາປະເທດທີ່ຢູ່ລຽບຕາມລະບຽງເສດຖະກິດ GMS ໂດຍຜ່ານການເພີ່ມທະວີການຫັນເປັນດີຈີຕອນ, ການເຊື່ອມໂຍງເຊື່ອມຈອດກັນ ແລະ ການຮ່ວມມືແບບກວມລວມ”,ເຊິ່ງ ຜູ້ຕາງໜ້າຂອງບັນດາປະເທດສະມາຊິກໄດ້ລົງເລິກຄົ້ນຄວ້າ ແລະ ປຶກສາຫາລືໂດຍປິ່ນອ້ອມຫຼາຍຫົວຂໍ້ ເຊັ່ນ: ການເພີ່ມທະວີການຮ່ວມມືດ້ານເສດຖະກິດດີຈີຕອນໃນອະນຸພາກພື້ນ, ການຈັດຕັ້ງປະຕິບັດສັນຍາການຄ້າເສລີໃນພາກພື້ນ ກໍຄືສັນຍາອາເຊັບ (RCEP) ເປັນຕົ້ນ, ການຊຸກຍູ້ການຮ່ວມມືລະຫວ່າງອຳນາດການປົກຄອງທ້ອງຖິ່ນ, ການເພີ່ມທະວີການພັດທະນາການຮ່ວມມືກັບຄູ່ຮ່ວມມື ແລະຫົວຂໍ້ອື່ນໆ.

ເວທີປາໄສຄັ້ງນີ້ໄດ້ຮັບຮອງ ເອົາເອກະສານສຳຄັນຈໍານວນໜຶ່ງຢ່າງເປັນເອກະພາບກັນ, ຄື: “ຖະແຫຼງການຮ່ວມ ຂອງເວທີປາໄສລະບຽງເສດຖະກິດອະນຸພາກພື້ນແມ່ນ້ຳຂອງຄັ້ງທີ 13”,“ການສ້າງລະບຽງເສດຖະກິດ GMS ທີ່ເຊື່ອມໂຍງເຊື່ອມຈອດກັນດ້ວຍລະບົບດີຈີຕອນ: ຂໍ້ລິເລີ່ມ ກ່ຽວກັບການເພີ່ມທະວີການຮ່ວມມືດ້ານເສດຖະກິດດີຈີຕອນ ຂອງບັນດາສະມາຊິກ GMS ແລະ ເອກະສານອື່ນໆ.