ນາຍົກ ສປ ຈີນ ພົບປະກັບນາຍົກ ສປປ ລາວ

CRI, November 15, 2022
Size:

ວັນທີ 12 ພະຈິກນີ້ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງພະນົມເປັນປະເທດກຳປູເຈຍ, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີແຫ່ງ ສປ ຈີນ ໄດ້ພົບປະກັບ ທ່ານພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນໄລຍະເຂົ້າຮ່ວມບັນດາກອງປະປະຊຸມສຸດຍອດວ່າດ້ວຍການຮ່ວມມືອາຊີຕາເວັນອອກ.

ທ່ານຫຼີເຄີ້ສຽງກ່າວວ່າ: ຈີນຍິນດີຮ່ວມກັບຝ່າຍລາວເພີ່ມທະວີການແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນແລະກັນ, ເພີ່ມທະວີກຳລັງຂັບເຄື່ອນພາຍໃນໃຫ້ແກ່ການຮ່ວມມືເພື່ອພັດທະນາ. ດຳເນີນການຮ່ວມມືໃນຂົງເຂດພະລັງງານທີ່ສະອາດ ເຊັ່ນ: ພະລັງງານລົມ, ພະລັງງານແສງຕາເວັນ ແລະ ອື່ນໆ, ຊຸກຍູ້ໃຫ້ການແຈ້ງດ່ານລະຫວ່າງສອງປະເທດມີຄວາມສະດວກສະບາຍກວ່າເກົ່າ, ເປີດກວ້າງການນຳເຂົ້າຜະລິດຕະພັນທ່າແຮງຂອງຝ່າຍລາວ ແລະ ເພີ່ມທະວີການໄປມາຫາສູ່ດ້ານບຸກຄະລາກອນລະຫວ່າງສອງປະເທດ. ຈີນຍິນດີໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນແກ່ຂົງເຂດຊີວິດການເປັນຢູ່ຂອງຝ່າຍລາວ ຕາມຄວາມສາມາດຂອງຕົນ.

ທ່ານພັນຄຳ ວິພາວັນກ່າວວ່າ: ການພົວພັນລາວ-ຈີນໄດ້ຂະຫຍາຍຕົວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ສອງຝ່າຍໄດ້ຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນທາງຍຸດທະສາດຢ່າງແທ້ຈິງ ແລະ ປະສົບຜົນສຳເລັດທີ່ອຸດົມສົມບູນ. ຝ່າຍລາວຍິນດີເພີ່ມທະວີການໄປມາຫາສູ່ກັນໃນທຸກຂັ້ນກັບຝ່າຍຈີນຢ່າງແໜ້ນແຟ້ນ, ລົງເລິກການຖອດຖອນບົດຮຽນໃນດ້ານການປົກຄອງປະເທດ ແລະ ການຄຸ້ມຄອງລັດ. ເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດການຄ້າ, ພະລັງງານ, ກະສິກຳ ແລະ ອື່ນໆ, ເສີມຂະຫຍາຍບົດບາດອັນຕັ້ງໜ້າຂອງທາງລົດໄຟລາວ-ຈີນຢ່າງເຕັມທີ່ ແລະ ຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ມີການຂະຫຍາຍຕົວໃໝ່.