ກອງປະຊຸມສົ່ງເສີມການລົງທຶນຢູ່ເຂດຮ່ວມມືເສດຖະກິດບໍ່ຫານ ສປ ຈີນ - ບໍ່ເຕັນ ສປປ ລາວ ຄັ້ງທີ 2 ໄດ້ຈັດຂຶ້ນຢູ່ງານວາງສະແດງສິນຄ້ານໍາເຂົ້າສາກົນ ສປ ຈີນ

lmcchina.org, November 14, 2022
Size:

ວັນທີ 5 ພະຈິກ, ກອງປະຊຸມນຳສະເໜີການພັດທະນາຢູ່ເຂດລຽບຕາມເສັ້ນທາງລົດໄຟຈີນ-ລາວ ກໍຄື ກອງປະຊຸມສົ່ງເສີມການລົງທຶນຢູ່ເຂດຮ່ວມມືເສດຖະກິດບໍ່ຫານ ສປ ຈີນ - ບໍ່ເຕັນ ສປປ ລາວ ຄັ້ງທີ 2 ໄດ້ໄຂຂຶ້ນທີ່ນະຄອນຊຽງໄຮ້ ຢ່າງສຳເລັດຜົນ, ເຊິ່ງກອງປະຊຸມດັ່ງກ່າວເປັນໜຶ່ງໃນບັນດາກິດຈະກຳຫົວຂໍ້ສະເພາະຂອງຄະນະຜູ້ແທນການຄ້າ ແຂວງຢູນນານ ແລະ ເປັນເຈົ້າພາບຈັດໂດຍອຳນາດການປົກຄອງ ແຂວງຢູນນານ ໂດຍມີພະແນກສົ່ງເສີມການລົງທຶນ ແຂວງຢູນນານ, ພະແນກການຄ້າ ແຂວງຢູນນານ ຮ່ວມກັບ ອຳນາດການປົກຄອງນະຄອນຄຸນໝິງ ເປັນຜູ້ຈັດຕັ້ງປະຕິບັດຕົວຈິງ. 

ການຈັດຕັ້ງກອງປະຊຸມສົ່ງເສີມການລົງທຶນຄັ້ງນີ້ ເປັນການປະຕິບັດຕົວຈິງທີ່ ແຂວງຢູນນານ ໄດ້ຕັ້ງໜ້າຕື່ນຕົວເຂົ້າໃນການຮັບໃຊ້ ແລະ ເຂົ້າຮ່ວມໃນຍຸດທະສາດການພັດທະນາຂອງຊາດ, ກຳແໜ້ນກາລະໂອກາດໃໝ່ຈາກການເປີດນຳໃຊ້ທາງລົດໄຟ ຈີນ-ລາວ ເພື່ອຂະຫຍາຍການຮ່ວມມື ຈີນ-ລາວ ໃຫ້ນັບມື້ກວ້າງອອກ, ລົງເລິກການແລກປ່ຽນ ດ້ານເສດຖະກິດ-ການຄ້າສອງຝ່າຍ, ສ້າງໃຈກາງການຄ້າທີ່ປິ່ນໜ້າໄປສູ່ອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ ກໍຄື ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ໃຫ້ໄດ້ຮັບໝາກຜົນໃໝ່.

ໂດຍອີງໃສ່ທ່າແຮງຂອງງານວາງສະແດງສິນຄ້ານໍາເຂົ້າສາກົນ ສປ ຈີນ ທີ່ເປັນເວທີເຕົ້າໂຮມນັກທຸລະກິດຈຳນວນຫຼວງຫຼາຍ ແລະ ເຊື່ອມໂຍງກັບທົ່ວໂລກ, ພະແນກການຄ້າ ແຂວງຢູນນານ ໄດ້ຈັດຕັ້ງການເຊື່ອມຕໍ່ທາງດ້ານການສົ່ງເສີມການລົງທຶນ ແລະ ດຶງດູດນັກທຸລະກິດ ລະຫວ່າງ ເຂດຮ່ວມມືເສດຖະກິດບໍ່ຫານ ສປ ຈີນ - ບໍ່ເຕັນ ສປປ ລາວ, ເຂດເສດຖະກິດພິເສດບໍ່ເຕັນ ສປປ ລາວ ແລະ ເຂດພັດທະນາກວມລວມໄຊເສດຖາ ສປປ ລາວ , ເຊິ່ງ 3 ເຂດດັ່ງກ່າວນີ້ໄດ້ນໍາສະເໜີກາລະໂອກາດການພັດທະນາຢູ່ເຂດຂອງຕົນຈາກ 6 ດ້ານ ຄື: ດ້ານທີ່ຕັ້ງ, ຊັບພະຍາກອນ, ນະໂຍບາຍສົ່ງເສີມ, ສະພາບແວດລ້ອມຂອງການດໍາເນີນທຸລະກິດ, ການຮັບປະກັນດ້ານປັດໄຈຕ່າງໆ ກໍຄື ສະພາບການຮ່ວມມືກັບບັນດາປະເທດອາຊຽນຢ່າງສະໜິດແໜ້ນ. ຜ່ານການໂຄສະນາ, ການນຳສະເໜີ-ການພົບປະ, ການໃຫ້ຄຳປຶກສາກ່ອນແລະຫຼັງກອງປະຊຸມ ແລະ ວິທີອື່ນໆ, ກອງປະຊຸມດັ່ງກ່າວໄດ້ດຶງດູດນັກທຸລະກິດ 100 ກວ່າທ່ານຈາກ ວິສາຫະກິດຈີນ ແລະ ຕ່າງປະເທດ 80 ແຫ່ງມາເຂົ້າຮ່ວມ, ໃນນັ້ນ ມີວິສາຫະກິດ 10 ກວ່າແຫ່ງໄດ້ເຊັນເຈດຈໍານົງການຮ່ວມມື ແລະ ການລົງທຶນ ທີ່ກວມເອົາລວມຫຼາຍຂົງເຂດ ເຊັ່ນ: ການປຸງແຕ່ງອຸດສາຫະກຳເບົາ, ການສ້າງສາງສິນຄ້າຢູ່ຕ່າງປະເທດ, ການຄ້າຂາເຂົ້າ-ຂາອອກ, ການສ້າງແລະພັດທະນາໂຮງແຮມ, ການພັດທະນາຂະແໜງການຜະລິດວັດທະນະທຳ ແລະ ການທ່ອງທ່ຽວເປັນຕົ້ນ.