ທ່ານສີຈິ້ນຜິງຈະເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 17 ຂອງກຸ່ມG20 ຢູ່ອິນໂດເນເຊຍ ເຂົ້າຮ່ວມກອງປະຊຸມຜູ້ນຳບໍ່ເປັນທາງການຄັ້ງທີ 29 ຂອງອົງການເອເປັກຢູ່ໄທ ແລະ ຢ້ຽມຢາມປະເທດໄທ

CRI, November 14, 2022
Size:

    ວັນທີ 11 ພະຈິກ 2022, ທ່ານນາງຮວ້າຊຸ່ນຢິງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານໂຈໂກ ວິໂດໂດ ປະທານາທິບໍດີອິນໂດເນເຊຍ, ທ່ານສີຈິ້ນຜິງ ປະທານປະເທດຈີນຈະເດີນທາງໄປເກາະບາຫຼີຂອງອິນໂດເນເຊຍເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 17 ຂອງກຸ່ມ   G20 ລະຫວ່າງວັນທີ 14 ຫາ 17 ພະຈິກນີ້. ຈາກນັ້ນ, ໂດຍຕອບສະໜອງຕາມຄຳເຊີນຂອງທ່ານປະຢຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ, ທ່ານສີຈິ້ນຜິງຈະເດີນທາງໄປນະຄອນຫຼວງບາງກອກເພື່ອເຂົ້າຮ່ວມກອງປະຊຸມຜູ້ນຳບໍ່ເປັນທາງການຄັ້ງທີ 29 ຂອງອົງການຮ່ວມມືເສດຖະກິດອາຊີປາຊິຟິກ ຫຼືເອເປັກລະຫວ່າງວັນທີ 17 ຫາ 19 ພະຈິກນີ້, ພ້ອມທັງຢ້ຽມຢາມປະເທດໄທ. ໃນໄລຍະຈັດກອງປະຊຸມ, ທ່ານສີຈິ້ນຜິງຈະພົບປະສອງຝ່າຍກັບຜູ້ນຳຫຼາຍປະເທດຕາມການນັດໝາຍ.