ນາຍົກຈີນ-ກໍາປູເຈຍພົບປະກັນ

CRI, November 11, 2022
Size:

   ວັນທີ 9 ພະຈິກນີ້ຢູ່ນະຄອນຫຼວງພະນົມເປັນ, ທ່ານ ຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ພົບປະກັບທ່ານ ຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍ.

   ໃນໂອກາດນີ້, ທ່ານ ຫຼີເຄີ້ສຽງ ກ່າວວ່າ, ຈີນມີຈຸດຢືນທີ່ປະເທດໃຫຍ່ແລະປະເທດນ້ອຍມີຄວາມສະເໝີພາບກັນມາໂດຍຕະຫຼອດ, ຈີນສະໜັບສະໜູນກໍາປູເຈຍເດີນຕາມເສັ້ນທາງແຫ່ງການພັດທະນາທີ່ແທດເໝາະກັບສະພາບຕົວຈິງຂອງປະເທດຕົນ, ທັງສະໜັບສະໜູນກໍາປູເຈຍເສີມຂະຫຍາຍບົດບາດອັນສໍາຄັນໃນເວທີພາກພື້ນ ແລະສາກົນ, ຈີນຍິນດີເພີ່ມທະວີການໄປມາຫາສູ່ກັນລະຫວ່າງການນໍາຂັ້ນສູງກັບຝ່າຍກໍາປູເຈຍ, ສະໜັບສະໜູນເຊິ່ງກັນແລະກັນຕໍ່ຜົນປະໂຫຍດໃຈກາງແລະບັນຫາສໍາຄັນທີ່ຕ່າງຝ່າຍຕ່າງເປັນຫ່ວງ, ຊຸກຍູ້ການພົວພັນລະຫວ່າງຈີນ-ກໍາປູເຈຍໃຫ້ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງແລະປອດໃສ ເພື່ອສ້າງຄວາມຜາສຸກໃຫ້ກັບປະຊາຊົນສອງປະເທດໃຫ້ດີກວ່າເກົ່າ.

   ທ່ານ ຫຼີເຄີ້ສຽງ ຊີ້ໃຫ້ເຫັນວ່າ, ຝ່າຍຈີນສະໜັບສະໜູນແລະເປີດກວ້າງການນໍາເຂົ້າຜະລິດຕະພັນກະສິກໍາທີ່ມີທ່າແຮງຂອງກໍາປູເຈຍ, ທັງສະໜັບສະໜູນກໍາປູເຈຍເລັ່ງລັດຊຸກຍູ້ການຫັນເປັນອຸດສາຫະກໍາ, ຈັດຕັ້ງປະຕິບັດບັນດາໂຄງການຊ່ວຍກໍາປູເຈຍໃຫ້ດີເປັນຕົ້ນແມ່ນ ໂຄງການສ້າງຖະໜົນຫົນທາງ, ການປິ່ນປົວພະຍາດ, ການສະໜອງນໍ້າ ແລະອື່ນໆ, ລົງເລິກການຮ່ວມມືໃນຂົງເຂດວິທະຍາສາດ-ເຕັກໂນໂລຢີ, ການສຶກສາ, ວັດທະນະທໍາ ແລະອື່ນໆ, ເພີ່ມສາຍການບິນໂດຍກົງລະຫວ່າງສອງປະເທດໃຫ້ຫຼາຍຂຶ້ນ, ແລະຍິນດີຕ້ອນຮັບນັກສຶກສາກໍາປູເຈຍມາສຶກສາຢູ່ຈີນ.

   ທ່ານ ຮຸນແຊນ ກ່າວວ່າ, ຝ່າຍກໍາປູເຈຍຍຶດໝັ້ນນະໂຍບາຍປະເທດຈີນດຽວຢ່າງເດັດດ່ຽວໜຽວແໜ້ນ, ສະໜັບສະໜູນການສ້າງຄູ່ຮ່ວມຊາຕາກໍາ ກໍາປູເຈຍ-ຈີນຮ່ວມກັນ. ກໍາປູເຈຍຍິນດີພະຍາຍາມຮ່ວມກັບຝ່າຍຈີນ, ເພີ່ມທະວີການແລກປ່ຽນການຮ່ວມມືໃນຂົງເຂດການຄ້າ, ການລົງທຶນ, ກະສິກໍາ, ພື້ນຖານໂຄງລ່າງ, ວັດທະນະທໍາ ແລະອື່ນໆ, ພ້ອມທັງເພີ່ມທະວີການປະສານສົມທົບກັນຢ່າງໃກ້ຊິດພາບໃຕ້ຂອບການຮ່ວມມືຫຼາຍຝ່າຍ ເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ໄດ້ຮັບການພັດທະນາລົງສູ່ລວງເລິກ.