ໂດຍຕອບສະໜອງກັບຄຳເຊີນຂອງທ່ານຮຸນແຊງ ນາຍົກລັດຖະມົນຕີກຳປູເຈຍ, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ເດີນທາງອອກຈາກນະຄອນຫຼວງປັກກິ່ງໃນຕອນບ່າຍວັນທີ 8 ພະຈິກນີ້, ເພື່ອເຂົ້າຮ່ວມກອງປະຊຸມຜູ້ນຳຈີນ-ອາຊຽນຄັ້ງທີ 25, ກອງປະຊຸມຜູ້ນຳອາຊຽນກັບຈີນ ຍີ່ປຸ່ນ ແລະສ.ເກົາຫຼີຄັ້ງທີ 25 ແລະກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ 17ຢູ່ກຳປູເຈຍ, ພ້ອມທັງຢ້ຽມຢາມກຳປູເຈຍຢ່າງເປັນທາງການ.