ຊາລາວສົ່ງກິ່ນຫອມຢູ່ນະຄອນຊຽງໄຮ

Yunnan Gateway, November 10, 2022
Size:

ວັນທີ 5 ຫາວັນທີ 10 ພະຈິກນີ້, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5 ໄດ້ຈັດຂຶ້ນຢູ່ນະຄອນຊຽງໄຮ. ໃນລະຫວ່າງງານວາງສະແດງ, ສວນຊາ36 ຈາກປະເທດລາວໄດ້ນໍາເອົາຊາຕົ້ນໄມ້ບູຮານນິເວດທ້ອງຖິ່ນມາສູ່ນະຄອນຊຽງໄຮ.

ຢູ່ທີ່ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທໍາອິດໃນປີ 2018, ສວນຊາ36ໄດ້ເຂົ້າຮ່ວມວາງສະແດງເປັນຄັ້ງທໍາອິດ ແລະ ເປັນຕົວແທນຂອງຊາຕົ້ນໄມ້ບູຮານຂອງລາວ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ໃນສະໄໝນັ້ນໄດ້ແນະນຳສວນຊາ36ໃຫ້ຈີນ, ແລະນັບຕັ້ງແຕ່ນັ້ນມາ,ສວນຊາ36ໄດ້ສ້າງຄວາມສຳພັນອັນດີກັບງານວາງສະແດງສິນຄ້ານຳເຂົ້າສາກົນຈີນ. "ປີນີ້ແມ່ນຄັ້ງທີສີ່ຂອງພວກເຮົາທີ່ຈະເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນ." ທ່ານນາງ ຢວນທ່ຽນ ຜູ້ອຳນວຍການໃຫຍ່ຂອງສວນຊາ36ເວົ້າວ່າ,"ງານວາງສະແດງສິນຄ້ານຳເຂົ້າສາກົນຈີນແມ່ນເວທີສາກົນທີ່ສຳຄັນຂອງການເຕົ້າໂຮມການຮ່ວມມືທີ່ເປີດປະຕູສູ່ໂລກ,ມີໂອກາດການພັດທະນາແລະກຳລັງບົ່ມຊ້ອນຢ່າງຫຼວງຫຼາຍ, ຊາຕົ້ນໄມ້ບູຮານຂອງພວກເຮົາໄດ້ຮັບຄວາມຮັກແພງຈາກກຸ່ມຄົນຕ່າງໆ, ໃນໄລຍະວາງສະແດງ, ພວກເຮົາຈະສ້າງສຳພັນເພື່ອນມິດກັບທຸກຂະແໜງການທຸລະກິດໂດຍຜ່ານຊາຂອງພວກເຮົາ.”

"ຂອບໃຈທາງລົດໄຟລາວ-ຈີນທີ່ໄດ້ເປີດກວ້າງຂອບເຂດໃໝ່ໃຫ້ແກ່ການຮ່ວມມືລາວ-ຈີນ." ທ່ານນາງ ຢວນທ່ຽນ ກ່າວວ່າ, ນັບແຕ່ໄດ້ເປີດທາງລົດໄຟສາຍນີ້, ແຂວງຢຸນນານຂອງຈີນທີ່ຢູ່ຕິດກັບລາວ ໄດ້ຮ່ວມມືກັບທຸກຝ່າຍສ້າງເສັ້ນທາງທີ່ເປັນດັ່ງເສັ້ນທາງສາຍຄຳສາຍໜຶ່ງທີ່ເຊື່ອມຕໍ່ກັນຢ່າງມີປະສິດທິຜົນ, ການຮ່ວມມືດ້ານອຸດສາຫະກຳຈະເລີນຮຸ່ງເຮືອງ, ຕະຫຼາດມີຊີວິດຊີວາ, ວັດທະນະທຳ ແລະ ການທ່ອງທ່ຽວເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ.ວິສາຫະກິດແລະຜະລິດຕະພັນຂອງລາວໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍ.

ປະຈຸບັນນີ້, ສິນຄ້າຂອງລາວເຂົ້າມາຕະຫຼາດຈີນນັບມື້ນັບຫຼາຍຂຶ້ນ, ເຊິ່ງເປັນໂອກາດແລະ ຜົນປະໂຫຍດຮ່ວມກັນຂອງສອງປະເທດ. "ພວກເຮົາຫວັງວ່າຈະນໍາເອົາຜະລິດຕະພັນຊາຕົ້ນໄມ້ບູຮານທີ່ເປັນທໍາມະຊາດອັນບໍລິສຸດຂອງລາວມາສູ່ທຸກຄົນໂດຍຜ່ານທາງລົດໄຟລາວ-ຈີນ,ແລະພວກເຮົາຫວັງວ່າຈະແນະນໍາປະເທດທີ່ຍິ້ມແຍ້ມແຈ່ມໃສຄືປະເທດລາວໄປທົ່ວໂລກໃນງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ໂດຍມີຊາເປັນຕົວເຊື່ອມຕໍ່."ທ່ານນາງ ຢວນທ່ຽນເຕັມໄປດ້ວຍຄວາມໝັ້ນໃຈກ່ຽວກັບເລື່ອງນີ້.


ແຫຼ່ງຂໍ້ມູນມາຈາກ ໜັງສືພິມລາຍວັນແຂວງຢຸນນານ