ທ່ານຫຼີເຄີ້ສຽງລົງພິມບົດຄວາມໃນສື່ກຳປູເຈຍໂດຍເນັ້ນວ່າ: ເຮັດໃຫ້ມິດຕະພາບຈີນ-ກຳປູເຈຍ ແລະ ການຮ່ວມມືອາຊີຕາເວັນອອກຂຶ້ນສູ່ລະດັບສູງກວ່າເກົ່າ

CRI, November 9, 2022
Size:

ວັນທີ 7 ພະຈິກ 2022, ກ່ອນເຂົ້າຮ່ວມກອງປະຊຸມຜູ້ນຳຂອບການຮ່ວມມືອາຊີຕາເວັນອອກ ແລະ ຢ້ຽມຢາມກຳປູເຈຍຢ່າງເປັນທາງການ, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ລົງພິມບົດຄວາມໃນສື່ສຳຄັນຂອງກຳປູເຈຍທີ່ມີຫົວຂໍ້ວ່າ: “ຂຶ້ນສູ່ຈອມພູສູງກວ່າເກົ່າເພື່ອມິດຕະພາບ, ເປີດເສັ້ນທາງໃໝ່ເພື່ອການຮ່ວມມື”, ໂດຍມີເນື້ອໃນລະບຸວ່າ, ຈີນຍິນດີຮ່ວມກັບປະເທດໃນພາກພື້ນ ເຊິ່ງລວມທັງກຳປູເຈຍເກາະແຂນກັນກ້າວເດີນໄປໜ້າ, ກ້າວຂຶ້ນສູ່ລະດັບສູງກວ່າເກົ່າ ແລະ ເປີດເສັ້ນທາງໃໝ່ໃຫ້ແກ່ມິດຕະພາບຈີນ-ກຳປູເຈຍ ແລະ ການຮ່ວມມືອາຊີຕາເວັນອອກ. 

ເນື້ອໃນບົດຄວາມລະບຸຕື່ມວ່າ: ຕ້ອງສືບຕໍ່ຍຶດໝັ້ນລັດທິຫຼາຍຝ່າຍ ແລະ ທິດທາງອັນຖືກຕ້ອງຂອງເສດຖະກິດໂລກາພິວັດ, ເພີ່ມທະວີການເຊື່ອມຕໍ່ຍຸດທະສາດການພັດທະນາ, ພະຍາຍາມຈັດຕັ້ງປະຕິບັດສັນຍາRCEP ໃຫ້ດີ, ຊຸກຍູ້ການຄ້າໃນພາກພື້ນ ແລະ ການຄ້າເສລີພັດທະນາໄປຄຽງຄູ່ກັນ, ຊ່ວຍສ້າງເສດຖະກິດພາກພື້ນແບບເປີດກວ້າງ; ຝ່າຍຈີນເນັ້ນວ່າ: ຍິນດີຜ່ານໂຄງການຕົວແບບຕ່າງໆ, ເຊັ່ນ: ເສັ້ນທາງລົດໄຟຈີນ-ລາວ, ຂໍ້ລິເລີ່ມຫຼຸດຜ່ອນຄວາມທຸກຍາກຂອງອາຊີຕາເວັນອອກ ແລະອື່ນໆ, ຊຸກຍູ້ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຊຸກຍູ້ການສະໜອງສະບຽງອາຫານ ແລະ ພະລັງງານຢ່າງໝັ້ນທ່ຽງ, ເລັ່ງລັດໃຫ້ນັກສຶກສາຂອງປະເທດສະມາຊິກອາຊຽນ ຟື້ນຟູການຮຽນຢູ່ຈີນ, ສືບຕໍ່ລົງເລິກການແລກປ່ຽນດ້ານວັດທະນະທຳ ແລະການທ່ອງທ່ຽວ.

ເນື້ອໃນບົດຄວາມຍັງເນັ້ນໜັກວ່າ, ຈີນຍຶດໝັ້ນການສະໜັບສະໜູນຄວາມສາມັກຄີ ແລະ ຖານະໃຈກາງຂອງອາຊຽນຢ່າງສະເໝີຕົ້ນສະເໝີປາຍ, ເຮັດໃຫ້ວົງເພື່ອນມິດຂອງກັນຕອບຮັບເປັນຢ່າງດີ, ກ້າວໄປສູ່ທິດທາງດຽວກັນ. ປະເທດຕ່າງໆສາມາດໄວ້ໃຈໄດ້ວ່າ, ເມື່ອຢູ່ຮ່ວມກັບຈີນຈະບໍ່ມີຄວາມກົດດັນທີ່ຕ້ອງເລືອກເຂົ້າຂ້າງໃດໜຶ່ງ, ຫາກມີແຕ່ແຮງຂັບເຄື່ອນທີ່ສາມັກຄີກ້າວເດີນໄປໜ້າຮ່ວມກັນ.