ຈີນຈະຊ່ວຍໃຫ້ທາງລົດໄຟຈີນ-ລາວກາຍເປັນເຄື່ອງຊຸກດັນການເຊື່ອມໂຍງເຊື່ອມຈອດກັນຂອງພາກພື້ນໃຫ້ໄວຂຶ້ນ

CRI, November 8, 2022
Size:

ຕາມຂ່າວລາຍງານໃຫ້ຮູ້ວ່າ: ຫວ່າງບໍ່ດົນມານີ້, ສະຖານີເມືອງໄຊຂອງທາງລົດໄຟຈີນ-ລາວຢູ່ພາກເໜືອຂອງລາວໄດ້ເລີ່ມເປີດບໍລິການດ້ານການຂົນສົ່ງສິນຄ້າ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າສະຖານີຂົນສົ່ງສິນຄ້າຂອງທາງລົດໄຟຈີນ-ລາວໄດ້ເລີ່ມນຳໃຊ້ໝົດແລ້ວ.

ຕໍ່ກັບເລື່ອງນີ້, ທ່ານ ຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 4 ພະຈິກນີ້ວ່າ: ການເລີ່ມນຳໃຊ້ສະຖານີຂົນສົ່ງສິນຄ້າທັງໝົດຈະຊ່ວຍໃຫ້ທາງລົດໄຟຈີນ-ລາວກາຍເປັນເຄື່ອງຊຸກດັນການເຊື່ອມໂຍງເຊື່ອມຈອດກັນຂອງພາກພື້ນໃຫ້ໄວຂຶ້ນຕື່ມອີກ,ຊ່ວຍການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງລະຫວ່າງຈີນກັບບັນດາປະເທດອາຊຽນໃຫ້ແຕກດອກອອກຜົນທີ່ອຸສົມສົມບູນກວ່າເກົ່າ.

ທ່ານ ຈ້າວລີ້ຈ່ຽນ ກ່າວວ່າ: ທ່ານປະທານປະເທດ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ຂໍ້ກຸນແຈຂອງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແມ່ນການເຊື່ອມໂຍງເຊື່ອມຈອດກັນ. ພວກຂ້າພະເຈົ້າຮູ້ສຶກດີໃຈຫຼາຍທີ່ໄດ້ເຫັນວ່າ: ຫວ່າງມໍ່ໆມານີ້ໄດ້ມີຂ່າວດີບໍ່ໜ້ອຍກ່ຽວກັບການເຊື່ອມໂຍງເຊື່ອມຈອດກັນລະຫວ່າງຈີນກັບປະເທດອ້ອມຂ້າງ. ໃນໄລຍະທ່ານ ຫງວຽນຟູຈອງ ເລຂາທິການໃຫຍ່ສູນກາງພັກຄອມມູນິດຫວຽດນາມຢ້ຽມຢາມຈີນ, ຈີນແລະຫວຽດນາມໄດ້ເຫັນດີເລັ່ງລັດຊຸກຍູ້ການເປິກສາຫາລືແລະເຊັນສັນຍາແຜນການຮ່ວມມືກ່ຽວກັບການຊຸກຍູ້ການເຊື່ອມຕໍ່ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ກັບຂອບ “ສອງແລວໜຶ່ງວົງ” ລະຫວ່າງລັດຖະບານຂອງສອງປະເທດ. ພາຍໃຕ້ຂອບແລວເສດຖະກິດຈີນ-ປາກິສະຖານ, ຈີນແລະປາກິສະຖານຈະເລັ່ງລັດຊຸກຍູ້ການຍົກລະດັບແລະດັດສ້າງທ່າກຳປັ່ນກວາດາ, ທາງລົດໄຟເລກ 1 ສາຍຫຼັກແລະໂຄງການອື່ນໆ. ໃນກອງປະຊຸມກົນໄກຮ່ວມມືສອງຝ່າຍລະຫວ່າງຈີນ-ສິງກະໂປ, ຈີນແລະສິງກະໂປໄດ້ປະກາດໝາກຜົນທີ່ສຳຄັນໃນຂົງເຂດການເຊື່ອມໂຍງເຊື່ອມຈອດກັນລະຫວ່າງສອງຝ່າຍ  ໂດຍເຫັນດີຈະລົງເລິກການເຊື່ອມຕໍ່ກັນທາງດ້ານຍຸດທະສາດຕື່ມອີກ,ປະສານງານກັນຊຸກຍູ້ການສ້າງເສັ້ນທາງໃໝ່ທາງບົກແລະທາງທະເລ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນຊີ້ໃຫ້ເຫັນຢ່າງແຈ່ມແຈ້ງວ່າ: ຈະຊຸກຍູ້ການສ້າງເສດຖະກິດໂລກແບບເປີດປະຕູ,ຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງກ່ຽວກັບການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ຈີນຍິນດີຮ່ວມກັບບັນດາຝ່າຍຊຸກຍູ້ຂໍ້ລິເລີ່ມກ່ຽວກັບການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ເຊື່ອມຕໍ່ກັນກັບຍຸດທະສາດດ້ານການພັດທະນາຂອງບັນດາປະເທດແລະຂໍ້ລິເລີ່ມການຮ່ວມມືຂອງພາກພື້ນເປັນຢ່າງດີກວ່າເກົ່າ,ສຸມໃສ່ບັນລຸການເຊື່ອມໂຍງເຊື່ອມຈອດກັນທີ່ມີຄວາມສະດວກສະບາຍກວ່າເກົ່າພາຍໃນຂອບເຂດທີ່ກວ້າງຂວາງກວ່າເກົ່າ,ເພື່ອບັນລຸໃຫ້ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ,ແລະສ້າງຄວາມຜາສຸກໃຫ້ແກ່ປະຊາຊົນຂອງບັນດາປະເທດໃນໂລກ.