ຜູ້ຊ່ຽວຊານອາວຸໂສ ຈາກ 6 ປະເທດລຽບຕາມແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງ ຫາລືກັນກ່ຽວກັບ ການຮ່ວມມືດ້ານການຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະນາກະສິກຳ ຢູ່ປະເທດລຽບຕາມແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງ

lmcchina.org, November 7, 2022
Size:

ເມື່ອບໍ່ດົນມານີ້, ເວທີປຶກສາຫາລືກ່ຽວກັບການຮ່ວມມືດ້ານການຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະນາກະສິກຳ ຢູ່ປະເທດລຽບຕາມແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງ ໄດ້ຈັດຂຶ້ນທີ່ນະຄອນຄຸນ  ໝິງ ສປ. ຈີນ ດ້ວຍຮູບແບບອອນລາຍ ແລະ ແບບເຊິ່ງໜ້າ. ທ່ານ. ຮສຈ. ປອ. ສຸກັນ ຈິດປັນຍາ ຮອງຄະນະບໍດີ ຈາກຄະນະສະຖາປັດຕະຍະກຳສາດ ມະຫາວິທະຍາໄລແຫ່ງຊາດລາວ ແລະ ບັນດາຜູ້ຊ່ຽວຊານອາວຸໂສ ຈາກ 6 ປະເທດລຽບຕາມແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງ ໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນຮ່ວມກັນ ໂດຍປິ່ນອ້ອມຫຼາຍບັນຫາ.

ບັນດາຜູ້ຊ່ຽວຊານໄດ້ມີຄວາມເຫັນເປັນເອກະພາບກັນວ່າ: ກະສິກຳເປັນກຳລັງຂັບເຄື່ອນອັນສຳຄັນສຳລັບການພັດທະນາເສດຖະກິດໃນພາກພື້ນ, ບັນດາປະເທດຕ້ອງເພີ່ມທະວີການຮ່ວມມືໃນຫຼາຍຂົງ ເຂດ ເຊັ່ນ: ການເຊື່ອມຈອດດ້ານນະໂຍບາຍ, ຍົກສູງມູນຄ່າເພີ່ມຂອງຜະລິດຕະພັນກະສິກຳ, ການຝຶກອົບຮົມບຸກຄະລາກອນ, ຄວາມປອດໄພດ້ານໂພຊະນາການ ແລະອາຫານ ເປັນຕົ້ນ. ໃນຊຸມປີທີ່ຜ່ານ  ມາ, ປະເທດຈີນໄດ້ປະກອບສ່ວນສຳຄັນເຂົ້າໃນການຮ່ວມມືດ້ານກະສິກຳຂອງປະເທດລຽບຕາມແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງ. ເມື່ອມຸ່ງໜ້າສູ່ອະນາຄົດ, 6 ປະເທດລຽບຕາມແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງ ຕ້ອງຊຸກຍູ້ການອໍານວຍຄວາມສະດວກໃຫ້ແກ່ການຄ້າຜະລິດຕະພັນກະສິກຳ, ສ້າງຄວາມສະດວກໃຫ້ແກ່ການລົງທຶນຂອງໂຄງການກະສິກຳ, ສ້າງລະບົບຂົນສົ່ງທີ່ສະດວກກວ່າເກົ່າ ແລະ ພັດທະນາກະສິກຳແບບຍືນຍົງ; ລວມທັງການນໍາໃຊ້ເວທີດີຈີຕອນໃຫ້ດີ.

ບັນດາຝ່າຍທີ່ເຂົ້າຮ່ວມເວທີປຶກສາຫາລືືືໄດ້ບັນລຸຄວາມຮັບຮູ້ເປັນເອກະພາບກັນວ່າ: ໃນຕໍ່ໜ້າ, ຈະສືບຕໍ່ປະດິດສ້າງໃໝ່ດ້ານກົນໄກການແລກປ່ຽນ, ຄົ້ນຄວ້າຮູບແບບການຮ່ວມມືດ້ານກະສິກຳອັນໃໝ່ຢ່າງຕັ້ງໜ້າ, ເພີ່ມທະວີການແລກປ່ຽນບົດຮຽນ ເພື່ອຊຸກຍູ້ການຮ່ວມມື ເປັນຮູບປະທໍາ; ພ້ອມກັນນັ້ນ, ຄວນໄດ້ລົງເລິກການຮ່ວມມືດ້ານການປົກປັກຮັກສາສິ່ງແວດລ້ອມ ຢູ່ປະເທດລຽບຕາມແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງ ເພື່ອຮ່ວມກັນສົ່ງເສີມການພັດທະນາກະສິກຳແບບຍືນຍົງ ແລະສີຂຽວ ໃນລ້ອງແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງ.