ສູນບົ່ມສ້າງຜູ້ປະກອບການ ແລະ ນະວັດຕະກຳຕ່າງປະເທດ ນະຄອນຫຼວງວຽງຈັນ ສປປລາວ-ນະຄອນຄຸນໝິງ ສປຈີນ ໄດ້ເປີດຂຶ້ນຢ່າງເປັນທາງການ

Yunnan Gateway, November 7, 2022
Size:

ວັນທີ 25 ຕຸລາ, ສູນບົ່ມສ້າງຜູ້ປະກອບການ ແລະ ນະວັດຕະກຳຕ່າງປະເທດ ນະຄອນຫຼວງວຽງຈັນ ສປປລາວ - ນະຄອນຄຸນໝິງ ສປຈີນ ໄດ້ເປີດຂຶ້ນຢ່າງເປັນທາງການຢູ່ນະຄອນຫຼວງວຽງຈັນ. ສູນນີ້ແມ່ນໄດ້ຮັບການສະໜັບສະໜູນຈາກຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີນະຄອນຄຸນໝິງ, ດຳເນີນງານໂດຍສະມາຄົມຮ່ວມມືດ້ານເສດຖະກິດ ແລະ ເຕັກໂນໂລຊີຕ່າງປະເທດຄຸນໝິງ, ໂດຍຈະອີງໃສ່ສູນບົ່ມສ້າງສາກົນເພື່ອປະກອບວຽກເຮັດງານທຳ ແລະ ການສ້າງທຸລະກິດຂອງຊາວໜຸ່ມລາວໃຫ້ສ້າງສຳເລັດເປັນພື້ນຖານ, ເພື່ອສົ່ງເສີມຂະແໜງການຂອງຄຸນໝິງທີ່ມີທ່າແຮງເຊັ່ນ ກະສິກຳທັນສະໄໝ, ວັດສະດຸໃໝ່, ພະລັງງານໃໝ່, ເຕັກໂນໂລຊີຂໍ້ມູນຂ່າວສານໃໝ່, ການປິ່ນປົວ-ຊີວະການຢາ ແລະ ອື່ນໆ ປະສານສົມທົບເຂົ້າກັບຂະແໜງການຂອງວຽງຈັນ. ສະໜອງພື້ນທີ່ຫ້ອງການ ແລະ ຫ້ອງທົດລອງການຄົ້ນຄວ້າທີ່ນຳໃຊ້ຮ່ວມກັນໃຫ້ແກ່ການເລີ່ມທຸລະກິດດ້ານເທັກໂນໂລຍີແລະ ສູນຄົ້ນຄວ້າມະຫາວິທະຍາໄລຂອງນະຄອນຄຸນໝິງທີ່ສ້າງຕັ້ງຢູ່ນະຄອນຫຼວງວຽງຈັນປະເທດລາວ, ສະໜອງສິ່ງອຳນວຍຄວາມສະດວກ ເຊັ່ນພື້ນທີ່ຫ້ອງການ, ຫ້ອງການປະຊຸມ ແລະ ອື່ນໆ ໂດຍບໍ່ເສຍຄ່າໃຫ້ແກ່ຜູ້ປະກອບການຊາວໜຸ່ມລາວ, ສະໜອງບໍລິການດ້ານນະໂຍບາຍ, ການຄຸ້ມຄອງ, ກົດໝາຍ, ການເງິນ, ການໂຄສະນາໃນຕະຫຼາດ ແລະ ຝຶກອົບຮົມ; ສ້າງພື້ນຖານສາທິດເຕັກໂນໂລຊີ ວຽງຈັນ-ຄຸນໝິງ, ແລະສ້າງຕັ້ງສູນວາງສະແດງຜະລິດຕະພັນ ແລະ ຜົນສຳເລັດດ້ານເຕັກໂນໂລຊີຂອງເມືອງຄຸນໝິງ.