ຍອດມູນຄ່າຂາເຂົ້າຂາອອກລະຫວ່າງເຂດກວາງຊີຈີນກັບປະເທດສະມາຊິກRCEP ມີຫຼາຍກວ່າ 200 ຕື້ຢວນ

CRI, November 2, 2022
Size:

ວັນທີ 28 ຕຸລານີ້, ພະແນກການຄ້າເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນເປີດເຜີຍໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນຫາເດືອນກັນຍາປີນີ້, ຍອດມູນຄ່າຂາເຂົ້າຂາອອກລະຫວ່າງເຂດກວາງຊີຈີນກັບປະເທດສະມາຊິກສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ມີເຖິງ 200 ຕື້ 190 ລ້ານຢວນ, ກວມ 46% ຂອງຍອດມູນຄ່າການຄ້າກັບຕ່າງປະເທດໃນທົ່ວເຂດ.

ອາຊຽນຍັງແມ່ນຄູ່ການຄ້າໃຫຍ່ອັນດັບທີ1ຂອງເຂດກວາງຊີ, ນັບແຕ່ເດືອນມັງກອນຫາເດືອນກັນຍາປີນີ້,ຍອດມູນຄ່າການຄ້າລະຫວ່າງເຂດກວາງຊີກັບອາຊຽນມີເຖິງ 172 ຕື້ 880 ລ້ານຢວນ, ກວມ 39,7% ຂອງຍອດມູນຄ່າການຄ້າໃນທົ່ວເຂດ. ກວາງຊີໄດ້ອອກແຮງຊຸກຍູ້ການສ້າງສາເຂດທົດລອງສັງລວມການຄ້າທາງອິນເຕີເນັດຂ້າມຊາດນານນີງແລະຊົງໂຈ, ນັບມາຮອດປັດຈຸບັນ ວິສາຫະກິດການຄ້າທາງອິນເຕີເນັດຂ້າມຊາດເຂດ ກວາງຊີໄດ້ສ້າງຫຼືເຊົ່າສາງສິນຄ້າຕ່າງປະເທດ 13 ແຫ່ງຢູ່ຫຼາຍປະເທດເຊັ່ນຫວຽດນາມເປັນຕົ້ນ, ຍອດມູນຄ່າຂາເຂົ້າຂາອອກທາງອິນເຕີເນັດຂ້າມຊາດທົ່ວເຂດນັບແຕ່ເດືອນມັງກອນຫາເດືອນກັນຍາໄດ້ເພີ່ມຂຶ້ນ 66,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.