ທ່ານຫງວຽນຟູຈອງເດີນທາງຢ້ຽມຢາມຈີນ

CRI, November 1, 2022
Size:

ໂດຍຕອບສະໜອງຕາມຄຳເຊີນຂອງທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ໃນເວລາ 13 ໂມງ 20 ນາທີຂອງວັນທີ 30 ຕຸລານີ້, ທ່ານຫງວຽນຟູຈອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມຈີນຢ່າງເປັນທາງການ.

ທ່ານຫຼີວຈ້ຽນຊ່າວ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກຄອມມູນິດຈີນ ແລະຜູ້ນຳທ່ານອື່ນໆໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງສຸດໃຈຕໍ່ທ່ານຫງວຽນຟູຈອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງຫວຽດນາມທີ່ມາຢ້ຽມຢາມຈີນໃນຄັ້ງນີ້.

ການເດີນທາງມາຢ້ຽມຢາມຈີນຂອງທ່ານຫງວຽນຟູຈອງໃນຄັ້ງນີ້ ມີຈຸດປະສົງເພື່ອເພີ່ມທະວີແນວທາງການຕ່າງປະເທດ ແລະຢືນຢັນທັດສະນະຂອງຫວຽດນາມທີ່ໃຫ້ຄວາມສຳຄັນຕໍ່ການພົວພັນກັບຈີນຢ່າງສະເໝີຕົ້ນສະເໝີປາຍ; ຖືຈີນເປັນບຸລິມະສິດທີໜຶ່ງໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ, ຫວັງໃຫ້ການພົວພັນຫວຽດນາມ-ຈີນພັດທະນາໄປຢ່າງຍາວນານ, ຖາວອນ, ມີປະສິດທິຜົນນັບມື້ນັບຫຼາຍຂຶ້ນ ແລະຕິດແທດຕົວຈິງ ໂດຍອີງຕາມຈິດໃຈຄວາມຮັບຮູ້ທີ່ເປັນເອກະພາບກັນລະຫວ່າງການນຳຂັ້ນສູງຂອງສອງພັກ ກໍຄືສອງປະເທດ.