ກິດຈະກໍາເຜີຍແຜ່ເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກຄອມມູນິດຈີນຈັດຂຶ້ນຢູ່ຫຼາຍປະເທດໃນອາຊີ

CRI, November 1, 2022
Size:

   ໃນຫຼາຍມື້ຜ່ານມາ, ວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຈັດກິດຈະກໍາເຜີຍແຜ່ເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ ຫຼາຍຮອບຢູ່ປະທດ ລາວ, ຟິລິບປິນ, ເນປານ ແລະປະເທດອື່ນໆໃນອາຊີ ພາຍໃຕ້ຫົວຂໍ້ວ່າ “ຂະບວນການອອກເດີນທາງຄັ້ງໃໝ່, ແລະຮ່ວມຊາຕາກໍາ”. ບັນດາສໍາມະນາກອນໄດ້ແລກປ່ຽນຄໍາຄິດເຫັນຢ່າງເລິກເຊິ່ງໂດຍປິ່ນອ້ອມຫົວຂໍ້ຕ່າງໆ ເປັນຕົ້ນແມ່ນ “ການຫັນເປັນທັນສະໄໝແບບຈີນ” “ໜຶ່ງແລວໜຶ່ງເສັ້ນທາງ” “ຂະບວນການອອກເດີນທາງຄັ້ງໃໝ່ຂອງຈີນ ແລະອະນາຄົດຂອງໂລກ” ແລະອື່ນໆ.

   ໂອກາດນີ້, CMG ປະຈໍາລາວທີ່ສັງກັດ ສູນລາຍການພາສາອາຊີ-ອາຟຣິກາຂອງ CMG ໄດ້ຮ່ວມກັບອົງການປົກຄອງແຂວງ ຫຼວງພະບາງ, ຫຼວງນໍ້າທາ ແລະແຂວງອຸດົມໄຊ ຈັດງານສຳມະນາພາຍໃຕ້ຫົວຂໍ້ “ຂະບວນການອອກເດີນທາງຄັ້ງ ໃໝ່ ແລະຮ່ວມຊາຕາກໍາ” ໂດຍບຸກຄົນໃນວົງການຕ່າງໆທີ່ເຂົ້າຮ່ວມງານຄັ້ງນີ້ເຫັນວ່າ: ບົດລາຍງານການເມືອງທີ່ ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກຄອມມູນິດຈີນ ຜ່ານຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ ເປັນເອກະສານທີ່ເປັນທິດທາງຂອງລັດທິມາກ ພ້ອມດຽວກັນນີ້, ຍັງເປັນເອກະສານຊີ້ນໍາໃນການຖອດຖອນບົດຮຽນຂອງຈີນ ສໍາລັບຝ່າຍລາວນໍາອີກ.

   ທ່ານ ເຮິມານ ໂລຣິວ ຜູ້ລິເລີ່ມສ້າງຕັ້ງຄັງສະໝອງຄົ້ນຄວ້າຍຸດທະສາດຂອງປະເທດຟິລິບປິນ-ປະເທດສະມາຊິກ BRICS ກ່າວວ່າ: ບົດລາຍງານຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນມີເນື້ອໃນອຸດົມສົມບູນຫຼາຍ, ໄດ້ຕອບສະໜອງຄວາມເອົາໃຈໃສ່ຂອງປະເທດຕ່າງໆໃນໂລກທີ່ມີຕໍ່ທ່າອ່ຽງຂອງອະນາຄົດຂອງຈີນຢ່າງເຕັມທີ່, ການພັດທະນາຂອງຈີນຈະນໍາເອົາຄວາມແນ່ນອນ, ຄວາມໝັ້ນຄົງ ແລະພະລັງແຮງໃນທາງບວກຫຼາຍກວ່າເກົ່າໃຫ້ກັບໂລກ.