ທາງເດີນກຳປັ່ນໂດຍກົງລະຫວ່າງທ່າກຳປັ່ນອ່າວເປີຍປູ້-ມຽນມາເລີ່ມເປີດບໍລິການຢ່າງເປັນທາງການ

CRI, October 31, 2022
Size:

    ວັນທີ 28 ຕຸລານີ້, ກຳປັ່ນ“ວິນາສ SITC”ໄດ້ເດີນທາງໄປຮອດເຂດຊີ່ນໂຈວ່ຂອງທ່າກຳປັ່ນອ່າວເປີຍປູ້,   ເຊິ່ງເປັນຂີດໝາຍທີ່ທາງເດີນກຳປັ່ນໂດຍກົງລະຫວ່າງທ່າກຳປັ່ນອ່າວເປີຍປູ້   ແລະມຽນມາເລີ່ມເປີດບໍລິການຢ່າງເປັນທາງການ. ທາງເດີນກຳປັ່ນສາຍນີ້ມີກຳປັ່ນ   4 ລຳ. ໂດຍຜ່ານທາງເດີນກຳປັ່ນໃໝ່ດັ່ງກ່າວ,   ສິນຄ້າທີ່ຈັບຕ້ອງໄດ້ສົ່ງອອກຈາກທ່າກຳປັ່ນຊີ່ນໂຈວ່, ເຂດປົກຄອງຕົນເອງກວາງຊີປະເທດຈີນແລ້ວ,   ໃຊ້ເວລາ 12 ວັນກໍເດີນທາງຮອດນະຄອນຢາງກຸ້ງປະເທດມຽນມາ,  ເຊິ່ງໄດ້ຫຍໍ້ເວລາໜ້ອຍລົງ 40% ເມື່ອທຽບກັບການຂົນສົ່ງແບບເກົ່າທີ່ຕ້ອງຕໍ່ທາງເດີນທະເລຢູ່ປະເທດອື່ນ.