ການສ້າງສາໜຶ່ງແລວໜຶ່ງເສັ້ນທາງໄດ້ຮັບຜົນສຳເລັດເລື້ອຍໆ

CRI, October 31, 2022
Size:

   ວັນທີ 27 ຕຸລານີ້, ທ່ານນາງເມົານີງ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ໃນໄລຍະມໍ່ໆມານີ້, ການສ້າງສາໜຶ່ງແລວໜຶ່ງເສັ້ນທາງໄດ້ສົ່ງຂ່າວດີເລື້ອຍໆວ່າ: ການແລ່ນຂະບວນລົດໄຟຈີນ-ເອີຣົບໃນປີນີ້ລວມແລ້ວມີຫຼາຍກວ່າ 1 ໝື່ນ 4 ພັນຂະບວນ; ຂະບວນລົດຂົນສົ່ງຮ່ວມທາງທະເລແລະທາງບົກບົນຊ່ອງທາງໃໝ່ທາງບົກແລະທະເລທາງພາກຕາເວັນຕົກ ນັບລວມແລ້ວໄດ້ເປີດການນຳໃຊ້2ໝື່ນຂະບວນ; ໃນ 10 ເດືອນຜ່ານມານີ້ ລົດໄຟຈີນ-ລາວໄດ້ຂົນສົ່ງສິນຄ້າລວມ 8,51 ລ້ານໂຕນ; ທ່າການຄ້າເສລີໄຫຫຼຳໄດ້ເປີດກຳປັ່ນຄອນເທັນເນີອາຟຣີກາສາຍທຳອິດ ສິ່ງເຫຼົ່ານີ້ລ້ວນແຕ່ສະແດງໃຫ້ເຫັນເຖິງຜົນການໄຂປະຕູສູ່ພາຍນອກໃນລະດັບສູງຂອງຈີນ.

   ບົດລາຍງານການເມືອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນໄດ້ເນັ້ນໜັກວ່າ: ຈະຊຸກຍູ້ການຮ່ວມກັນສ້າງສາໜຶ່ງແລວໜຶ່ງເສັ້ນທາງໃນຄຸນນະພາບສູງ. ຈີນຈະພ້ອມກັບຄູ່ຮ່ວມມືທັງຫຼາຍ ຮ່ວມກັນອອກແຮງຢ່າງສຸດຂີດເພື່ອໃຫ້ທົ່ວໂລກເຊື່ອມຈອດກັນແຕ່ບໍ່ແມ່ນແຕກແຍກກັນ,ໄຂປະຕູເຊິ່ງກັນແລະກັນແຕ່ບໍ່ແມ່ນປິດລ້ອມກັນ ແລະເຮັດໃຫ້ບັນດາປະເທດພ້ອມກັນພັດທະນາ.