ມະຫາວິທະຍາໄລ ແຫ່ງຊາດ ລາວ ຈັດກິດຈະກໍາ “ວັນສະຖາບັນຂົງຈື”

lmcchina.org, October 30, 2022
Size:

ວັນທີ 19 ຕຸລາ 2022, ທີ່ ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກິດຈະກໍາພາຍໃຕ້ຫົວຂໍ້ “ ວັນສະຖາບັນຂົງຈື ” ພ້ອມດ້ວຍຈັດພິທີເປີດຫຼັກສູດຄູພາສາຈີນລະດັບປະລິນຍາຕີ.

ໃນຕອນຕົ້ນຂອງງານ, ນັກສຶກສາລະດັບປະລິນຍາຕີທີ່ຮຽນວິຊາສະເພາະຄູພາສາຈີນ ຂອງ ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ໄດ້ປະກອບສ່ວນສະແດງບົດຟ້ອນ, ພ້ອມດຽວກັນນັ້ນ ຄູອາຈານ ສະຖາບັນຂົງຈື ຝ່າຍຈີນ ກໍໄດ້ປະກອບສ່ວນຮ້ອງເພງລວມໝູ່ເຊັ່ນດຽວກັນ.

ໃນບົດກ່າວປາໄສ ຂອງ ທ່ານ  ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ໄດ້ກ່າວວ່າ ນັກສຶກສາທຸກຄົນຕ້ອງໃຊ້ເວລາຢ່າງເປັນປະໂຫຍດ, ຮຽນເອົາບົດຮຽນທັກສະທີ່ດີ, ເປັນຜູ້ສືບທອດນໍ້າໃຈໄມຕີຈິດມິດຕະພາບ ຈີນ - ລາວ.

ທ່ານ ປອ.ສຸລິອູດົງ ສູນດາລາ  ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ ສປປ ລາວ  ແລະ ທ່ານ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໄດ້ກ່າວໃນຄໍາປາໄສວ່າ, ຝ່າຍລາວ ຍິນດີຮ່ວມກັບ ຝ່າຍ ຈີນ ສືບຕໍ່ລົງເລິກການຮ່ວມມືດ້ານຕ່າງໆ ຊຶ່ງໃນນັ້ນລວມເອົາການຮ່ວມມືໃນຂົງເຂດວຽກງານການສຶກສາ, ເພື່ອສ້າງບຸກຄະລາກອນໃຫ້ຫຼາຍຂຶ້ນທີ່ມີນໍ້າໃຈຫ້າວຫັນໃນພາ ລະກິດມິດຕະພາບ ລາວ-ຈີນ ທັງຮູ້ພາສາ ແລະ ວັດທະນະທໍາ ລາວ-ຈີນ, ເພື່ອປະກອບສ່ວນໃນການຊຸກຍູ້ພາລະກິດກໍ່ສ້າງປະຊາຄົມຮ່ວມຊະຕາກໍາລາວ-ຈີນຂະຫຍາຍຕົວ.

ກິດຈະກໍາໃນ “ວັນສະຖາບັນຂົງຈື” ຍັງມີການວາງສະແດງເອກະສານປຶ້ມສອນພາສາຈີນ ຕະຫຼອດຮອດ ການຂຽນຕົວໜັງຈີນງາມ, ການສະແດງສິລະປະການຊົງຊາ, ຮູບແຕ້ມຈີນ, ຂອດຈີນ ແລະ ກິດຈະກໍາອື່ນໆທີ່ສໍາຜັດເຖິງວັດທະນະທໍາຈີນ.

ທ່ານ ຫຼົວໝິງ ຜູ້ອໍານວຍການສະຖາບັນຂົງຈື ຝ່າຍຈີນ ໄດ້ແນະນໍາໃຫ້ຊາບວ່າ ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ໄດ້ສ້າງຕັ້ງຂຶ້ນເປັນເວລາ 12 ປີ ຊຶ່ງຜ່ານມາໄດ້ຈັດການສິດສອນພາສາຈີນໃຫ້ນັກຮຽນນັກສຶກສາລາວທັງໝົດ 3300 ກວ່າຄົນ, ແລະ ໄດ້ເປີດຫຼັກສູດປະລິນຍາຕີຄູພາສາຈີນ ໃນປີ 2021.