ບໍລິສັດ CGN ລົງນາມເຊັນສັນຍາໂຄງການລົງທຶນພະລັງງານທີ່ໃຫຍ່ທີ່ສຸດ ໃນ ສປປ ລາວ

lmcchina.org, October 30, 2022
Size:

ວັນທີ 17 ຕຸລາ 2022 ທີ່ນະຄອນຫຼວງວຽງຈັນ, ໄດ້ມີຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບ ບໍລິສັດຄວບຄຸມຫຸ້ນສ່ວນສາກົນພະລັງ ງານນິວເຄລຍ ຈີນ ຈໍາກັດ ( CGN Energy  International Holding Co., Ltd/ CGN) ກ່ຽວກັບການຮ່ວມມືກໍ່ສ້າງແຫຼ່ງພື້ນຖານພະລັງງານສະອາດ ຢູ່ພາກເໜືອລາວ ເພື່ອເຊື່ອມຈອດໄຟຟ້າຈີນ - ລາວ, ຊຶ່ງເປັນຂີດໝາຍຂອງການເລີ່ມຕົ້ນຢ່າງເປັນທາງການວຽກງານໃນໄລຍະຕົ້ນຂອງໂຄງການລົງທຶນດ້ານພະລັງງານທີ່ໃຫຍ່ທີ່ສຸດໃນສປປ ລາວ, ທັງເປັນຂີດໝາຍທີ່ບໍລິ ສັດ CGN  ໄດ້ມີການຂະຫຍາຍການວາງແຜນດ້ານພະລັງງານສະອາດ ຕາມ ໜຶ່ງແລວ ໜຶ່ງເສັ້ນທາງ.

ທ່ານ  ໄຕ້ຫົງກ່າງ ຮອງປະທານ ບໍລິສັດ CGN , ທັງເປັນປະທານສະພາບໍລິຫານ ບໍລິ ສັດຄວບຄຸມຫຸ້ນສ່ວນໄຟຟ້າ Edra ຈໍາກັດ (Edra Power Holdings Sdn Bhd /“Edra”) ແລະ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ ຕາງໜ້າທັງສອງຝ່າຍລົງນາມໃນສັນຍາດັ່ງກ່າວຕາມລໍາດັບ. 

ອີງຕາມເນື້ອໃນສັນຍາ, ບໍລິສັດ Edra  ຈະລົງເລິກການຮ່ວມມືກັບລັດຖະບານ ສປປ ລາວ ໃນຂົງເຂດພະລັງງານ, ຈະສ້າງແຫຼ່ງພື້ນຖານສາທິດດ້ານພະລັງງານສະອາດທີ່ເກັບພະ ລັງງານລົມ, ພະລັງງານແສງຕາເວັນ ແລະ ນໍ້າ ແບບປະສົມປະສານຄົບວົງຈອນຢູ່ພາກເໜືອຂອງ ສປປ ລາວ, ຊຶ່ງຖືເປັນໂຄງການເສົາຄໍ້າອັນສໍາຄັນຂອງການເຊື່ອມຈອດດ້ານພະລັງງານໄຟຟ້າ ລາວ-ຈີນ. ໂຄງການດັ່ງກ່າວນີ້ແມ່ນມີການວາງແຜນລະອຽດຄັ້ງດຽວ, ຈະມີການຈັດຕັ້ງປະຕິບັດເປັນແຕ່ລະໄລຍະ, ກະແສໄຟຟ້າທີ່ຜະລິດໄດ້ ແມ່ນຈະຂາຍສົ່ງໃຫ້ ຈີນ, ລາວ, ໄທ, ກໍາປູເຈຍ ແລະ ປະເທດອື່ນໆໃນອາຊຽນ.

ບໍລິສັດ Edra  ເປັນບໍລິສັດລູກທີ່ມີການລົງທຶນຮ່ວມກັນ ລະຫວ່າງ  ບໍລິສັດ CGN ກັບ ບໍລິສັດຕາຂ່າຍໄຟຟ້າສາກົນພາກໃຕ້ຈີນຈໍາກັດ (China Southern Power Grid Interna- tional Co., Ltd).

ປະຈຸບັນ ໂຄງການແມ່ນໄດ້ສໍາເລັດການສໍາຫຼວດທີ່ຕັ້ງຂອງໂຮງງານ ແລະ ເປັນໄປຕາມການວາງແຜນ, ໄລຍະທີໜຶ່ງຂອງໂຄງການ ແມ່ນຈະເລີ່ມລົງມືປະຕິບັດໃນ ປີ 2023 ແລະ ໃນປີ 2024 ແມ່ນຈະດໍາເນີນທຸລະກິດຢ່າງເປັນຮູບປະທໍາ. ພາຍຫຼັງທີ່ໂຄງການຮັບການສ້າງສໍາເລັດ, ສິ່ງສໍາຄັນອັນທີໜຶ່ງ ແມ່ນຈະຊ່ວຍຫັນເອົາຄວາມໄດ້ປຽບດ້ານຊັບພະຍາກອນຂອງສປປ ລາວ ມາເປັນຄວາມໄດ້ປຽບທາງດ້ານເສດຖະກິດ, ຊຶ່ງຈະເປັນແຮງຂັບເຄື່ອນອັນໃຫຍ່ຫຼວງໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ພ້ອມກັນນັ້ນ ກໍຈະສ້າງໂອກາດວຽກເຮັດງານທໍາເປັນຈໍານວນຫຼວງຫຼາຍໃຫ້ແກ່ປະຊາຊົນລາວ; ອີກດ້ານໜຶ່ງ ແມ່ນຈະຊ່ວຍເລັ່ງຄວາມໄວໃນການຫັນການນໍາໃຊ້ພະລັງການໄປສູ່ຮູບແບບອື່ນ ຂອງ ສປປ ລາວ, ຊ່ວຍຫຼຸດຜ່ອນຕໍ່ບັນຫາສະພາບຂາດແຄນໄຟຟ້າໃນລະດູແລ້ງ, ສາມາດຊ່ວຍສ້າງໃຫ້ ສປປ ລາວ ກາຍເປັນ “ ໝໍ້ເກັບພະລັງງານສະອາດ ຂອງ ອາຊີຕາເວັນອອກສຽງໃຕ້”, ພ້ອມທັງຍົກລະດັບການເຊື່ອມຈອດດ້ານພະລັງງານໄຟຟ້າ ລາວ-ຈີນ ຢ່າງຫຼວງຫຼາຍ.