ປະກາດວາລະການແຂ່ງຂັນຂອງງານກີລານັກສຶກສາໂລກລະດູຮ້ອນຄັ້ງທີ 31

CRI, October 28, 2022
Size:


(ສະບັບພາສາອັງກິດ)

     ຫວ່າງບໍ່ດົນມານີ້, ວາລະການແຂ່ງຂັນຂອງງານກີລານັກສຶກສາໂລກລະດູຮ້ອນຄັ້ງທີ 31 ໄດ້ຮັບການເປີດເຜີຍຢ່າງເປັນທາງການ.

     ຕາມຂ່າວແຈ້ງໃຫ້ຮູ້ວ່າ: ງານກີລານັກສຶກສາໂລກລະດູຮ້ອນຄັ້ງທີ 31 ຈະຈັດຂຶ້ນຢູ່ນະຄອນເສິງຕູຂອງຈີນລະຫວ່າງວັນທີ 28 ກໍລະກົດຫາວັນທີ 8 ສິງຫາປີ 2023. ການແຂ່ງຂັນຈະມີ 18 ລາຍການ ເຊັ່ນ: ບານບ້ວງ ບານສົ່ງ ແລ່ນແລະລານ ລອຍນ້ຳ ແລະລາຍການອື່ນໆ. ເມື່ອຮອດເວລານັ້ນ, ຈະມີນັກກີລາແລະເຈົ້າໜ້າທີ່ຂອງພາກສ່ວນທີ່ກ່ຽວຂ້ອງທັງໝົດ 1 ໝື່ນກວ່າຄົນທີ່ມາຈາກ 170 ປະເທດ ແລະເຂດແຄວ້ນໄປເຂົ້າຮ່ວມງານກີລາຄັ້ງນີ້ຢູ່ນະຄອນເສິງຕູ.


(ສະບັບພາສາຈີນ)