ປະຊາມະຕິສະແດງໃຫ້ເຫັນວ່າ: ຊາວໜຸ່ມທົ່ວໂລກເຫັນດີນຳແນວຄິດການພັດທະນາຂອງຈີນໃນລະດັບສູງ

CRI, October 28, 2022
Size:

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນໄດ້ສະເໜີວ່າ ຈະຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນຄືນໃໝ່ດ້ວຍການຫັນເປັນຄວາມທັນສະໄໝແບບຈີນ, ແນວຄິດຄວາມທັນສະໄໝຂອງຈີນໄດ້ຮັບຄວາມເຫັນດີຢ່າງກວ້າງຂວາງຈາກຊາວໜຸ່ມທົ່ວໂລກທີ່ຜູ້ໃຫ້ສໍາພາດ. ຜົນການສຳຫຼວດປະຊາມະຕິທີ່ແນໃສ່ຊາວໜຸ່ມຜູ້ມີອາຍຸຕໍ່າກວ່າ 30 ປີຈາກ 30 ປະເທດໃນໂລກສະແດງໃຫ້ເຫັນວ່າ:  ຜູ້ໃຫ້ສໍາພາດ 84,7% ເຫັນດີວ່າ ເສັ້ນທາງການພັດທະນາຕ້ອງອີງໃສ່ສະພາບການແຫ່ງຊາດຂອງຕົນ, ທັງເຫັນວ່າການຫັນເປັນຄວາມທັນສະໄໝບໍ່ແມ່ນມີແຕ່ຮູບແບບພຽງດຽວ ແລະມາດຕະການພຽງໜຶ່ງດຽວທີ່ສາມາດນໍາໃຊ້ໃນທົ່ວໂລກໄດ້. ຊາວໜຸຜູ້ໃຫ້ສໍາພາດ 80,1% ເຫັນດີນໍາແນວຄິດການພັດທະນາທີ່ຖືປະຊາຊົນເປັນໃຈກາງທີ່ສະເໜີໂດຍພັກຄອມມູນິດຈີນ, ສະແດງຄວາມຍ້ອງຍໍໂດຍທົ່ວໄປຕໍ່ການຫັນເປັນຄວາມທັນສະໄໝແບບຈີນແມ່ນການຫັນເປັນຄວາມທັນສະໄໝທີ່ປວງຊົນຮັ່ງມີຮ່ວມກັນ.

ການສໍາຫຼວດປະຊາມະຕິທົ່ວໂລກພາຍໃຕ້ຫົວຂໍ້ “ປະເທດຈີນໃນຂະບວນການອອກເດີນທາງຄັ້ງໃໝ່” ແມ່ນຈັດຂຶ້ນຮ່ວມກັນໂດຍຄັງປັນຍາຂອງ CGTN ທີ່ສັງກັດສະຖານີວິທະຍຸໂທລະພາບສູນກາງຈີນ ແລະສະຖາບັນຄົ້ນຄວ້າການບໍລິຫານປະເທດ ແລະສະພາບແວດລ້ອມດ້ານຫາງສຽງທີ່ສັງກັດມະຫາວິທະຍາໄລເຢີນມິນຈີນ, ຜູ້ໃຫ້ສໍາພາດມີຈໍານວນ 4.700 ຄົນທີ່ມາຈາກ 30 ປະເທດໃນ 5 ທະວີບ. ໃນນັ້ນ, ປະເທດທີ່ພັດທະນາແລ້ວມີ 40%, ປະເທດຈີນພວມພັດທະນາມີ 60%.

ຜົນການສໍາຫຼວດສະແດງໃຫ້ເຫັນວ່າ: ຊາວໜຸ່ມທົ່ວໂລກໄດ້ຕີລາຄາໃນລະດັບສູງຕໍ່ການພັດທະນາຂອງຈີນໃນໄລຍະ 10 ປີທີ່ຜ່ານມາ. ໃນນັ້ນ, ຜູ້ໃຫ້ສໍາພາດ 78,9% ໄດ້ຕີລາຄາໃນລະດັບສູງຕໍ່ຜົນສໍາເລັດດ້ານການພັດທະນາເສດຖະກິດຂອງຈີນໃນໄລຍະ 10 ປີທີ່ຜ່ານມາ,  ຜູ້ໃຫ້ສໍາພາດ 83,1%ເຫັນວ່າ ຈີນມີການກ້າວໜ້າຢ່າງຫຼວງຫຼາຍໃນຂົງເຂດວິທະຍາສາດເຕັກໂນໂລຊີ, ຜູ້ໃຫ້ສໍາພາດ 74,1% ເຫັນວ່າ ຖານະບົດບາດຂອງຈີນໃນສາກົນໄດ້ຍົກສູງຂຶ້ນຢ່າງຕໍ່ເນື່ອງ, ຜູ້ໃຫ້ສໍາພາດ 79,1% ເຫັນວ່າ ພັກຄອມມູນິດຈີນເປັນຕາປະຊາຊົນຈີນເຊື່ອໝັ້ນ.