ເລີ່ມຈັດການລາດຕະເວນບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາ-ໄທຄັ້ງທີ122

CRI, October 27, 2022
Size:

   ວັນທີ 25 ຕຸລານີ້, ພາກສ່ວນບັງຄັບໃຊ້ກົດໝາຍຂອງຈີນ-ລາວ-ມຽນມາ-ໄທເລີ່ມດຳເນີນການລາດຕະເວນບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາ-ໄທຄັ້ງທີ122. ເວລາ 9 ໂມງ,ເຮືອບັງຄັບໃຊ້ກົດໝາຍຂອງຈີນ2ລຳທີ່ເຂົ້າຮ່ວມການເຄື່ອນໄຫວດັ່ງກ່າວໄດ້ອອກເດີນທາງຈາກກິ່ງແຂວງສິບສອງພັ່ນນາແຂວງຢູນນານຈີນ, ຮ່ວມກັບເຮືອບັງຄັບໃຊ້ກົດໝາຍຂອງລາວແລະມຽນມາປະກອບເປັນທີມລາດຕະເວນບັງຄັບໃຊ້ກົດໝາຍຮ່ວມຢູ່ເຂດນ້ຳທີ່ກຳນົດໄວ້.

   ການເຄື່ອນໄຫວຄັ້ງນີ້ມີເຮືອບັງຄັບໃຊ້ກົດໝາຍ 4 ລຳ, ຄາດວ່າຈະໃຊ້ເວລາ 4 ມື້ 3 ຄືນ, ໄລຍະການເດີນທາງລວມ600ກວ່າກິໂລແມັດ. ກ່ອນຈັດການເຄື່ອນໄຫວ, ພາກສ່ວນບັງຄັບໃຊ້ກົດໝາຍຂອງ4ປະເທດດັ່ງກ່າວໄດ້ຈັດກອງປະຊຸມຜ່ານທາງວິດີໂອ, ຮ່ວມກັນວິເຄາະຄົ້ນຄວ້າສະພາບການກໍ່ອາດຊະຍາກຳແລະການແພ່ລະບາດຂອງພະຍາດໂຄວິດ-19 ຕາມລຸ່ມແມ່ນ້ຳຂອງໃນໄລຍະມໍ່ໆມານີ້, ທັງເປິກສາຫາລືມາດຕະການໂຈມຕີ. ໃນໄລຍະຈັດການເຄື່ອນໄຫວຄັ້ງນີ້, ພາກສ່ວນບັງຄັບໃຊ້ກົດໝາຍຂອງ 4 ປະເທດດັ່ງກ່າວຈະດຳເນີນການລາດຕະເວນໂດຍແບ່ງເປັນຕອນແລະການລາດຕະເວນສືບສວນຮ່ວມທາງນ້ຳແລະທາງບົກຢູ່ເຂດນ້ຳສຳຄັນ ເຊັ່ນ “ເຂດສາມຫຼ່ຽມຄຳ” ເປັນຕົ້ນ, ເພື່ອໂຈມຕີການກໍ່ອາດຊະຍາກຳທີ່ຜິດກົດໝາຍປະເພດຕ່າງໆ.