ການຮ່ວມການສ້າງ ‘ໜຶ່ງແລວ ໜຶ່ງເສັ້ນທາງ’ ນຳເອົາ"ການປ່ຽນແປງທີ່ດີງາມມາສູ່ຊີວິດການເປັນຢູ່ຂອງພວກເຮົາ"

Yunnan Gateway, October 26, 2022
Size:

ເມື່ອບໍ່ດົນມານີ້, ຫຼັງຈາກໄດ້ໄປຢ້ຽມຊົມເຂື່ອນໄຟຟ້ານ້ຳອູແລ້ວ, ທ້າວ ລອງເສີນ ນັກສຶກສາຂອງມະຫາວິທະຍາໄລ ສຸພານຸວົງ ໄດ້ເວົ້າຢ່າງຕື່ນເຕັ້ນດີໃຈວ່າ: ເມື່ອສຳຜັດກັບສະພາບການກໍ່ສ້າງ ແລະ ການຜະລິດໄຟຟ້າຂອງເຂື່ອນໄຟຟ້າແລ້ວ, ຂ້າພະເຈົ້າຮູ້ສຶກວ່າ, ການຮ່ວມກັນສ້າງ ‘ໜຶ່ງແລວໜຶ່ງເສັ້ນທາງ’ ໄດ້ນໍາການປ່ຽນແປງທີ່ດີງາມມາສູ່ ຊີວິດການເປັນຢູ່ຂອງພວກເຮົາ.

ໃນຖານະເປັນໂຄງການຮູບແບບ ກໍ່ສ້າງ-ດຳເນີນງານ-ມອບໂອນ ຫຼື BOT ແຫ່ງທຳອິດໃນການວາງແຜນການລວມ ແລະ ກໍ່ສ້າງຕາມລໍານ້ຳໝົດສາຍຂອງວິສາຫະກິດຈີນລົງທຶນກໍ່ສ້າງຢູ່ຕ່າງປະເທດ,ໂຄງການເຂື່ອນໄຟຟ້ານ້ຳອູໃນປະເທດລາວ ລວມມີເຂື່ອນໄຟຟ້າ 7 ແຫ່ງ, ມີກຳລັງຕິດຕັ້ງການຜະລິດໄຟຟ້າທັງໝົດ 12 ຕື້ 72 ລ້ານກິໂລວັດໂມງ. ຕາມການແນະນໍາຂອງ ທ່ານນາງ ມະນິສອນ ຫົວໜ້າຜູ້ບັນຊາຂອງສູນບັນຊາເຂື່ອນໄຟຟ້ານໍ້າອູ ໃຫ້ຮູ້ວ່າ, ບັນດາເຂື່ອນໄຟຟ້າຕາມລໍານ້ຳອູ ບວກກັບເຂື່ອນໄຟຟ້ານ້ຳງື່ມ 5 ໄດ້ລວມເຂົ້າເປັນ “8 ເຂື່ອນ 1 ສູນບັນຊາ” ຊຶ່ງຮັບປະກັນການສະໜອງພະລັງງານໄຟຟ້າໃນທົ່ວປະເທດລາວຫຼາຍກວ່າ 12% , ຍິ່ງໄປກວ່ານັ້ນ, ປະລິມານການຜະລິດພະລັງງານໄຟຟ້າໃນລະດູແລ້ງໄດ້ກວມເອົາ 30% ຂອງຍອດປະລິມານການຊົມໃຊ້ໄຟຟ້າໃນທົ່ວປະເທດລາວ.

ທ່ານນາງ ມະນິສອນ ເປັນພະນັກງານລາວຊຸດທຳອິດທີ່ໄດ້ຮັບການຝຶກອົບຮົມໂດຍບໍລິສັດໄຟຟ້ານ້ຳອູ ຈໍາກັດ, ເມື່ອເວົ້າເຖິງການປ່ຽນແປງທີ່ນຳມາຈາກການກໍ່ສ້າງເຂື່ອນໄຟຟ້າ, ທ່ານນາງ ມະນິສອນ ກ່າວວ່າ: ທັງມີການປ່ຽນແປງ ທັງມີການບໍ່ໄດ້ປ່ຽນແປງນຳ, ສໍາລັບສິ່ງທີ່ບໍ່ໄດ້ປ່ຽນແປງ ກໍຄື ນໍ້າໃສພູຂຽວຢູ່ທີ່ນີ້ແຫຼະ. ຕາມຂ່າວແຈ້ງວ່າ, ບໍລິສັດຈີນໄດ້ກໍ່ຕັ້ງເຂດສະຫງວນທີ່ຢູ່ອາໄສຂອງສັດປ່າຫຼາຍແຫ່ງຂຶ້ນຢູ່ໃນເຂດຍ່ານເໜືອຂອງບັນດາເຂື່ອນ
ໄຟຟ້າ, ພ້ອມທັງໄດ້ຈັດເຂດຫຼີກເວັ້ນຕົ້ນໄມ້ພັນຫາຍາກຢ່າງເໝາະສົມ, ສົ່ງເສີມຊຸກຍູ້ການປະຕິບັດແຜນການປູກປ່ານິເວດວິທະຍາ ແລະ ປ່າທົດແທນດ້ານເສດຖະກິດ.

ທ່ານ ສົມພິດ ແກ້ວວິຈິດຫົວໜ້າກົມທຸລະກິດ ພະລັງງານກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ກ່າວວ່າ: ເຂື່ອນໄຟຟ້ານ້ຳອູ ບໍ່ພຽງແຕ່ໄດ້ສະໜອງແຮງຂັບເຄື່ອນທີ່ເຂັ້ມແຂງ ໃຫ້ແກ່ການພັດທະນາເສດຖະກິດຂອງປະເທດລາວເທົ່ານັ້ນ, ຫາກຍັງໄດ້ເສີມຂະຫຍາຍບົດບາດຢ່າງຕັ້ງໜ້າເຂົ້າໃນການຄຸ້ມຄອງຊັບພະຍາກອນນ້ຳໃນພາກພື້ນ, ການຮ່ວມມືດ້ານອຸຕຸນິຍົມ, ການສຶກສາ ແລະ ຝຶກອົບຮົມເຕັກໂນໂລຊີດ້ານໄຟຟ້າ, ເປັນແບບຢ່າງດ້ານການຮ່ວມມືຕາມແມ່ນ້ຳຂອງ-ແມ່ນໍ້າລ້ານຊ້າງ, ການຕ້ານໄພນໍ້າຖ້ວມ ແລະ ການກູ້ໄພທຳມະຊາດ, ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນທີ່ຍົກຍ້າຍຖິ່ນຖານໃຫ້ສູງຂຶ້ນ, ການປົກປ້ອງຊີວະນາໆພັນ ແລະ ອື່ນໆອີກດ້ວຍ, ຈະມີປະສິດທິພາບສັງລວມນັບມື້ນັບຫຼາຍຂຶ້ນ.

ຈາກໜັງສືພິມປະຊາຊົນລາຍວັນຂອງຈີນ