ໄຟຟ້າພະລັງລົມຂອງຈີນຊ່ວຍການຫັນປ່ຽນເປັນແບບສີຂຽວຂອງໄທ

CRI, October 25, 2022
Size:

ລັດໄຊຍະພຸມແມ່ນເຂດໜຶ່ງໃນບັນດາເຂດທີ່ມີຊັບພະຍາກອນພະລັງລົມທີ່ອຸດົມສົມບູນຂອງໄທ, ຢູ່ແຫ່ງນີ້ມີໂຄງການໂຮງງານຜະລິດໄຟຟ້າດ້ວຍພະລັງລົມໄຊຍະພຸມ ເຊິ່ງຈີນຮັບຜິດຊອບການເຄື່ອນໄຫວ. ໂຄງການນີ້ແມ່ນອຸປະຖຳໂດຍບໍລິສັດພະລັງງານໃໝ່ຕົ້ນຕໍ ຫຼື ບໍລິສັດ EGCO ທີ່ຂຶ້ນກັບກົມໄຟຟ້າໄທ, ບໍລິສັດວິທະຍາສາດເຕັກໂນໂລຊີລົມຄຳຈີນສະໜອງເຄື່ອງຜະລິດໄຟຟ້າດ້ວຍພະລັງລົມ.

ນັບແຕ່ໂຄງການດັ່ງກ່າວດຳເນີນການຜະລິດຢ່າງເປັນທາງການໃນເດືອນທັນວາປີ 2016 ເປັນຕົ້ນມາບໍ່ໄດ້ເກີດອຸບັດເຫດຈັກເທື່ອ. ປັດຈຸບັນ, ຍ້ອນສອງໂຄງການທີ່ຮ່ວມມືກັບບໍລິສັດ EGCO, ບໍລິສັດວິທະຍາສາດເຕັກໂນໂລຊີລົມຄຳຈີນໄດ້ສ້າງຄວາມໜ້າໄວ້ເນື້ອເຊື່ອໃຈໃຫ້ຍີ່ຫໍ້ຂງອຕົນ, ສອງຝ່າຍມີເຈຕະນາທີ່ຈະດຳເນີນການຮ່ວມມືຕໍ່ໄປໃນໂຄງການໄຟຟ້າດ້ວຍພະລັງລົມອື່ນໆ.

ຈາກການອອກໄປພັດທະນາຢູ່ຕ່າງປະເທດຮອດການຢັ່ງຮາກເລິກຢູ່ຕ່າງປະເທດ, ໃນຂະນະທີ່ວິສາຫະກິດຈີນບຸກເບີກຕະຫຼາດຢູ່ຕ່າງປະເທດນັ້ນ ທັງໄດ້ແບກຫາບໜ້າທີ່ສັງຄົມຢ່າງຕັ້ງໜ້າ ແລະສ້າງຄວາມສຸກໃຫ້ແກ່ປະຊາຊົນທ້ອງຖິ່ນ.