ທ່ານ ຫຼີ ຈື້ກົ່ງ ກົງສຸນໃຫຍ່ ສປ ຈີນ ປະຈໍາຫຼວງພະບາງໄດ້ເຂົ້າຮ່ວມກອງປະຊຸມສຳມະນາລະຫວ່າງບັນດາປະເທດ LM ກ່ຽວກັບການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ

lmcchina.org, October 24, 2022
Size:

ວັນທີ 12 ຫາ 13 ຕຸລາ 2022, ຢູ່ທີ່ນະຄອນຫຼວງພະບາງ, ກະຊວງການຕ່າງປະເທດ ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມສຳມະນາ ກ່ຽວກັບ ການເພີ່ມທະວີການຮ່ວມມືສາກົນລະຫວ່າງບັນດາປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ (LM) ເພື່ອຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ. ທ່ານ ຫຼີ ຈື້ກົ່ງ (Li Zhigong), ກົງສຸນໃຫຍ່ ສປ ຈີນ ປະຈໍາຫຼວງພະບາງ ແລະ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເປັນປະທານຮ່ວມກອງປະຊຸມ ແລະ ໄດ້ກ່າວຄຳເຫັນໃນພິທີ. ກົງສຸນໃຫຍ່ ສປ ຈີນ ປະຈໍາຫຼວງພະບາງ ໄດ້ກ່າວເຖິງສະພາບການຮ່ວມມືລະຫວ່າງສອງປະເທດ ຈີນ-ລາວ ໃນວຽກງານການບັງຄັບໃຊ້ກົດໝາຍ ແລະ ຄວາມໝັ້ນຄົງ ກໍຄື ສະພາບການເກີດເຫດກ່ຽວພັນກັບຊາວຈີນຢູ່ບັນດາແຂວງພາກເໜືອຂອງປະເທດລາວ. ກອງປະຊຸມດັ່ງກ່າວ, ມີຜູ້ຕາງໜ້າຈາກບັນດາປະເທດ LM, ພະນັກງານ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງສູນກາງ ແລະ  8 ແຂວງພາກເໜືອ ຂອງປະເທດລາວ ທີ່ຮັບຜິດຊອບວຽກງານການຕ່າງປະເທດ, ຕຳຫຼວດ ແລະ ວຽກງານຕຸລາການ ເຂົ້າຮ່ວມ.

ທ່ານ ຫຼີ ຈື້ກົ່ງ ກ່າວໃນພິທີເປີດວ່າ ປະເທດຈີນເປັນຜູ້ເຂົ້າຮ່ວມທີ່ສຳຄັນ ແລະ ເປັນຜູ້ປະຕິບັດຢ່າງໜັກແໜ້ນ ສົນທິສັນຍາ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ ທີ່ມີການຈັດຕັ້ງ; ຂໍ້ລິເລີ່ມກ່ຽວກັບຄວາມໝັ້ນຄົງທົ່ວໂລກທີ່ສະເໜີໂດຍ ທ່ານ ສີຈິ້ນຜິງ ປະທານປະເທດ ສປ ຈີນ ໃນເດືອນເມສາ ປີນີ້ ກໍໄດ້ເປັນທິດນໍາໃຫ້ແກ່ການຮ່ວມມືສາກົນໃນການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ; ກົດໝາຍວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ທີ່ຮັບຮອງ ໂດຍສະພາຜູ້ແທນປະຊາຊົນທົ່ວປະເທດຈີນໃນທ້າຍປີກາຍນີ້ ກໍໄດ້ເປັນບ່ອນອ້າງອີງທາງກົດໝາຍໃຫ້ແກ່ການປະຕິບັດມາດຕະການບັງຄັບໃຊ້ກົດໝາຍທີ່ກ່ຽວຂ້ອງ. ທ່ານຫວັງວ່າ ບັນດາປະເທດໃນພາກພື້ນຈະເຕົ້າໂຮມຄວາມເຫັນທີ່ເປັນເອກະພາບກັນຕື່ມອີກບາດກ້າວໜຶ່ງ, ຍົກສູງຄວາມເປັນເຈົ້າການ ແລະ ຄວາມຫ້າວຫັນໃນການປະຕິບັດສົນທິສັນຍາສາກົນ ກໍຄື ການເພີ່ມທະວີການຮ່ວມມືສາກົນໃນວຽກງານດ້ານນີ້, ເພີ່ມທະວີການສ້າງຂີດຄວາມສາມາດ ແລະ ຄວາມຊ່ວຍເຫຼືອດ້ານເຕັກນິກ ກໍຄື ການບັງຄັບໃຊ້ກົດໝາຍ; ແນໃສ່ແກ້ໄຂບັນຫາອາຊະຍາກຳຂ້າມຊາດທີ່ພົ້ນເດັ່ນໃນພາກພື້ນຕ່າງໆ ເຊັ່ນ: ການຄ້າຢາເສບຕິດ, ການຄ້າມະນຸດ, ການສໍ້ໂກງທາງໂທລະຄົມ ແລະ ອິນເຕີເນັດ ເປັນຕົ້ນ. ທ່ານຍັງກ່າວວ່າ ຕ້ອງລວບລວມພູມປັນຍາຂອງຝ່າຍຕ່າງໆ ແລະ ຮັດແໜ້ນການປະສານງານລະຫວ່າງບັນດາປະເທດ ເພື່ອຮ່ວມກັນຮັກສາຄວາມໝັ້ນຄົງຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃນພາກພື້ນນີ້. ທ່ານ ທອງຜ່ານ ສະຫວັນເພັດ ໄດ້ກ່າວຂອບໃຈຕໍ່ກອງທຶນພິເສດ ການຮ່ວມມື LM ທີ່ໄດ້ໃຫ້ການສະໜັບສະໜູນຕໍ່ການຈັດກອງປະຊຸມຄັ້ງນີ້ ແລະ ຫວັງວ່າ ຜ່ານການສຳມະນາ ແລະ ການແລກປ່ຽນໃນຄັ້ງນີ້, ຈະຊ່ວຍຍົກສູງສະຕິໃນການຜັນຂະຫຍາຍສົນທິສັນຍາສາກົນຕ່າງໆ, ແລກປ່ຽນບົດຮຽນໃນການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ແລະ ຍົກສູງປະສິດທິພາບໃນການຮ່ວມມືລະຫວ່າງຊາດ.