ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນອັດລົງຢູ່ທີ່ປັກກິ່ງ ທ່ານສີຈີ້ນຜິງເປັນປະທານກອງປະຊຸມ ແລະ ກ່າວຄຳປາໄສອັນສຳຄັນ

CRI, October 24, 2022
Size:

ຕອນເຊົ້າວັນທີ 22 ຕຸລານີ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນໄດ້ອັດລົງຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງໃນພິທີອັດປະຊຸມຜູ້ແທນ 2.338 ທ່ານໄດ້ປ່ອນບັດເລືອກຕັ້ງຄະນະກຳມະການສູນກາງພັກຄອມມູນິດຈີນ ແລະ ຄະນະກວດກາສູນກາງພັກຄອມມູນິດຈີນສະໄໝໃໝ່ໄດ້ຮັບຮອງເອົາມະຕິກ່ຽວກັບບົດລາຍງານຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 19, ມະຕິກ່ຽວກັບບົດລາຍງານວຽກງານຂອງຄະນະກວດກາສູນກາງພັກຄອມມູນິດຈີນສະໄໝທີ 19 ແລະ ມະຕິກ່ຽວກັບ “ກົດລະບຽບພັກຄອມມູນິດຈີນສະບັບດັດແກ້”.

ກອງປະຊຸມໃຫຍ່ເຫັນດີບັນທຶກເອົາໝາກຜົນດ້ານທິດສະດີໃໝ່ຂອງແນວຄິດ ສີຈີ້ນຜິງ ກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ ນັບແຕ່ກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 19 ຂອງພັກຄອມມູນິດຈີນນັ້ນໄວ້ເຂົ້າໃນ “ກົດລະບຽບພັກຄອມມູນິດຈີນ”, ອີງຕາມໜ້າທີ່ໃຈກາງຂອງພັກຄອມມູນິດຈີນທີ່ສະເໜີໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນໄດ້ປັບປຸງເປົ້າໝາຍບຸກບືນສູ້ຊົນໃນກົດລະບຽບພັກ, ໂດຍກຳນົດຢ່າງຈະແຈ້ງວ່າ: ເປົ້າໝາຍແຫ່ງການພັດທະນາເສດຖະກິດ ແລະ ສັງຄົມຂອງຈີນແມ່ນ: ເມື່ອຮອດປີ 2035 ຈະບັນລຸສັງຄົມນິຍົມທີ່ທັນສະໄໝໃນຂັ້ນພື້ນຖານເມື່ອຮອດກາງສະຕະວັດນີ້ ຈະສ້າງປະເທດຈີນໃຫ້ເປັນປະເທດສັງຄົມນິຍົມທີ່ເຂັ້ມແຂງ ແລະ ທັນສະໄໝ ກໍ່ຄືການບັນລຸ “ເປົ້າໝາຍສູ້ຊົນຄົບຮອບຮ້ອຍປີເຫດການທີສອງ”.

ທ່ານ ສີຈີ້ນຜິງ ໄດ້ເປັນປະທານຈັດພິທີອັດກອງປະຊຸມ ແລະ ກ່າວຄຳປາໄສທ່ານກ່າວເນັ້ນໜັກວ່າພັກຄອມມູນິດຈີນໄດ້ຜ່ານປະຫວັດສາດສູ້ຊົນ 100 ປີ ແລະ ຈະເດີນທາງຄັ້ງໃໝ່ພັກຄອມມູນິດຈີນມີຄວາມໝັ້ນໃຈ ແລະ ຄວາມສາມາດຢ່າງເຕັມທີ່ທີ່ສາມາດສ້າງສິ່ງມະຫັດສະຈັນໃໝ່ທີ່ໃຫຍ່ກວ່າເກົ່າທີ່ປະຈັກຕາຊາວໂລກ ໃນຍຸກໃໝ່ ແລະ ຂະບວນການເດີນທາງຄັ້ງໃໝ່ທ່ານຮຽກຮ້ອງໃຫ້ທົ່ວພັກຈົ່ງເຕົ້າໂຮມຄວາມສາມັກຕີ ແລະ ນຳພາປະຊາຊົນບັນດາເຜົ່າໃນທົ່ວປະເທດ ຈົ່ງສາມັກຄີກັນ ແລະ ບຸກບືນສູ້ຊົນເພື່ອສ້າງປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ ແລະ ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນຄືນໃໝ່ຢ່າງຮອບດ້ານ.