ພິທີເຊັນບົດບັນທຶກການຮ່ວມມື ລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ

CRI, October 21, 2022
Size:

ຫວ່າງມໍ່ໆມານີ້,ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ເອີ້ນຫຍໍ້ວ່າ "ກະຊວງແຮງງານລາວ") ໄດ້ລົງນາມໃນ《ບົດບັນທຶກການຮ່ວມມືກ່ຽວກັບວຽກງານແຮງງານ ແລະ ປະກັນສັງຄົມ》ຢູ່ທີ່ນະຄອນຫຼວງວຽງຈັນ ສປປ ລາວ.  

ທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ທ່ານ ທົງ ຢົງເຮີງ, ປະທານ ແລະ ອໍານວຍການ ບໍລິສັດ, ເຊິ່ງຕາງໜ້າໃຫ້ທັງສອງຝ່າຍ ໄດ້ຮ່ວມລົງນາມໃນບົດບັນທຶກການຮ່ວມມື, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ໃບຄໍາ ຂັດຕິຍະ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ບັນດາທ່ານ ຫົວໜ້າກົມ, ຮອງກົມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ເພື່ອເປັນສັກຂີພະຍານຂອງການລົງນາມດັ່ງກ່າວ.

ວັນທີ 15 ຕຸລາ, ໂທລະພາບແຫ່ງຊາດລາວ ກໍໄດ້ອອກຂ່າວກ່ຽວກັບພິທີລົງນາມຄັ້ງນີ້.

ບົດບັນທຶກການຮ່ວມມືຄັ້ງນີ້ ແມ່ນການຮ່ວມມືທີ່ສໍາຄັນ ທີ່ກະຊວງແຮງງານລາວໄດ້ບັນລຸການຕົກລົງກັບບໍລິສັດ ໂດຍແນໃສ່ແຜນການພັດທະນາກໍ່ສ້າງໂຄງການເກືອໂປຕາສໃນບາດກ້າວຕໍ່ໄປຂອງບໍລິສັດ ເພື່ອຮັບປະກັນຄວາມຕ້ອງການແຮງງານຂອງວິສາຫະກິດ, ພັດທະນາສີມືແຮງງານສະເພາະດ້ານ, ສະໜອງຕໍາແໜ່ງງານໃຫ້ແກ່ສັງຄົມ ແລະ ດ້ານອື່ນໆ. ອີງຕາມຂໍ້ຜູກພັນໃນບົດບັນທຶກ, ກະຊວງແຮງງານລາວ ຈະອີງຕາມຄວາມຕ້ອງການນໍາໃຊ້ແຮງງານຕົວຈິງຂອງບໍລິສັດ, ເປີດການເຝິກອົບຮົມສີມືແຮງງານລ່ວງໜ້າ, ກວດສອບ ພ້ອມທັງມອບໃບຢັ້ງຢືນທັກສະສີມື, ສະໜອງແຮງງານທີ່ມີສີມືວິຊາສະເພາະຕ່າງໆທີ່ຈໍາເປັນແກ່ການພັດທະນາຂອງວິສາຫະກິດຢ່າງຕໍ່ເນື່ອງ, ພ້ອມທັງອໍານວຍຄວາມສະດວກດ້ານການປະກອບເອກະສານສໍາລັບເຮັດວຽກງານຂອງຄົນລາວ ແລະ ຕ່າງປະເທດ ຢູ່ບລິສັດ; ຊີໂນ-ອາກຣີ ໂປຕາສ ຈະສົມທົບກັບ ກະຊວງແແຮງງານ ສະໜອງຄວາມຕ້ອງການທີ່ຈໍາເປັນດ້ານຕໍາແໜ່ງ ແລະທັກສະສີມື, ເພື່ອປະກອບສ່ວນໃນການສ້າງວຽກເຮັດງານທໍາສໍາລັບແຮງງານລາວ.

ກ່ອນເລີ່ມພິທີເຊັນບົດບັນທຶກ, ໃນລະຫວ່າງການໂອ້ລົມ ທ່ານລັດຖະມົນຕີ ນາງ ໃບຄຳ ຄັດຕິຍະ ໄດ້ກ່າວຕໍ່ ທ່ານ ທົງ ຢົງເຮີງ ວ່າ, ໃນວັນທີ 18 ມິຖຸນາ ທີ່ຜ່ານມາ ໄດ້ນຳພາບັນດາກົມກອງຂອງກະຊວງແຮງງານ ລົງໄປຢ້ຽມຢາມຢູ່ພາກສະໜາມຂອງໂຄງການ ຊີໂນ-ອາກຣີ ໂປຕາສ, ໄດ້ຢ້ຽມຊົມແລະສຳຜັດການກໍ່ສ້າງແລະການຜະລິດທີ່ມີຄວາມຄຶກຄື້ນຂອງໂຄງການ, ເຊິ່ງໄດ້ຢັ້ງຢືນເຖິງກໍາລັງຄວາມສາມາດຂອງບໍລິສັດ ແລະ ຄວາມຕັດສິນໃຈອອກແຮງຊຸກຍູ້ການພັດທະນາເສດຖະກິດຂອງ ສປປ ລາວ. ບໍລິສັດ ຈະສືບຕໍ່ຍົກລະດັບສັດສ່ວນການນຳໃຊ້ແຮງງານພາຍໃນທ້ອງຖິ່ນ, ພ້ອມທັງຊື້ປະກັນສັງຄົມ, ສະໜອງສະຖານທີ່ກິນຢູ່ພັກເຊົາໂດຍບໍ່ເສຍຄ່າ, ເບີກຈ່າຍເງີນອຸດໜູນເງິນເຟີ້ຈາກອັດຕາແລກປ່ຽນ ແລະ ມາດຕະການສະຫວັດດີການອື່ນໆ ໃຫ້ແກ່ພະນັກງງານຄົນລາວ, ພະນັກງານທັງຄົນລາວ ແລະ ຄົນຈີນ ຢູ່ຮ່ວມກັນຢ່າງປອງດອງກົມກຽວ, ເພື່ອໃຫ້ທຸກຄົນມີຄວາມຊົງຈໍາທີ່ເລິກເຊິ່ງ. ເມື່ອທຳຄວາມເຂົ້າໃຈກ່ຽວກັບຄວາມຕ້ອງການຕົວຈິງ ດ້ານຮັບສະໝັກພະນັກງານທີ່ມີທັກສະສີມືວິຊາສະເພາະພາຍໃນທ້ອງຖິ່ນ ແລະ ຂົງເຂດການເຝິກອົບຮົມແລ້ວ, ພາກສ່ວນກ່ຽວຂ້ອງຂອງກະຊວງແຮງງານແລະສະຫວັດດີການສັງຄົມ ກໍໄດ້ຈັດກອງປະຊຸມປຶກສາຫາລືຄົ້ນຄວ້າໃນຫົວຂໍ້ສະເພາະ, ພ້ອມທັງປະສານສົມທົບກັບກົມກອງທີ່ກ່ຽວຂ້ອງ ແລະ ສະຖາບັນການສຶກສາວິຊາສະເພາະຕ່າງໆຂອງລາວ, ເພື່ອຈັດສົ່ງແຮງງານທີ່ມີຄຸຸນະພາບ, ມີທັກສະສີມືດ້ານວິຊາສະເພາະຕ່າງໆໃຫ້ແກ່ບໍລິສັດຫລາຍກວ່າເກົ່າ, ເພື່ອຕອບສະໜອງຢ່າງພຽງພໍກັບຄວາມຕ້ອງການແຮງງານສໍາລັບການພັດທະນາຢ່າງວ່ອງໄວຂອງບໍລິສັດ. ການເຊັນບົດບັນທຶກການຮ່ວມມືຄັ້ງນີ້, ແມ່ນໂດຍຜ່ານກົນໄກຮັບປະກັນຕ່າງໆ, ເພື່ອຢືນຢັນການຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໃໝ່ ທີ່ເກີດຈາກການພັດທະນາຂອງວິສາຫະກິດຢ່າງພຽງພໍ, ພ້ອມທັງສ້າງໃຫ້ກາຍເປັນວິສາຫະກິດແບບຢ່າງໃນຂົງເຂດແຮງງານແລະປະກັນສັງຄົມ, ເພືື່ອເຮັດໃຫ້ທຸກຝ່າຍໄດ້ຮັບໝາກຜົນ ທັງພາກລັດ, ວິສາຫະກິດ ແລະ ປະຊາຊົນຢ່າງແທ້ຈິງ.

ທ່ານ ທົງ ຢົງເຮີງ ກ່າວໃນບົດປະກອບຄໍາເຫັນວ່າ ໃນໄລຍະຫລາຍປີຜ່ານມາ ຊີໂນ-ອາກຣີ ໂປຕາສ ແມ່ນດຳເນີນກິດຈະການໂດຍສອດຄ່ອງກັບຂໍ້ກໍານົດກົດໝາຍ, ປະສານກົມກຽວກັບອໍານາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນທີ່ຢູ່ອ້ອມຂ້າງ, ອອກແຮງເພື່ອການພັດທະນາຮ່ວມກັນລະຫວ່າງວິສາຫະກິດ ກັບ ອໍານາດການປົກຄອງ ແລະ ປະຊາຊົນໃຫ້ໄດ້ຮັບການປະຕິບັດຕົວຈິງ.

ປະຈຸບັນ ບໍລິສັດ ມີພະນັກງານຄົນລາວ ກວມຈໍານວນພະນັກງານທັງໝົດ ຫລາຍກວ່າ 70%, ພະນັກງານສອງປະເທດ ຢູ່ຮ່ວມກັນຢ່າງກົມກືນ, ວິສາຫະກິດ ກໍໄດ້ສ້າງໂອກາດແຫ່ງການພັດທະນາອັນກວ້າງຂວາງໃຫ້ພະນັກງານທັງສອງປະເທດ. ປະຈຸບັນ, ບໍລິສັດ ຄຽງຄູ່ກັບການເລັ່ງຊຸກຍູ້ກໍ່ສ້າງໂຄງການພາກຂະຫຍາຍເກືອໂປຕາສ ຂະໜາດ 3 ລ້ານໂຕນ ແລະ 5 ລ້ານໂຕນ, ຍັງໄດ້ເລີ່ມວຽກງານຮ່ວມມືຮອບດ້ານຂອງອຸດສະຫະກຳຕ່ອງໂສ້ທີ່ບໍ່ແມ່ນໂປຕາສ (ອະໂປຕາສ), ເຊິ່ງຈະນໍາມາເຖິງຄວາມຕ້ອງການຊັບພະຍາກອນດ້ານບຸກຄະລາກອນຢ່າງຫລວງຫລາຍກວ່າເກົ່າ, ຄາດວ່າທ້າຍປີ 2026 ພາຍຫລັງສໍາເລັດການກໍ່ສ້າງເຂດອຸດສາຫະກໍາເກືອໂປຕາສ ແລະ ເຂດອຸດສາຫະກໍາອະໂປຕາສ ຈະມີຄວາມຕ້ອງການນຳໃຊ້ແຮງງານຫລາຍທີ່ສຸດ, ຫວັງຢ່າງຍິ່ງວ່າທາງ ກະຊວງແຮງງານແລະ ສະຫວັດດີການສັງຄົມ ແລະ ພາກສ່ວນກ່ຽວຂ້ອງ ຈະສາມາດໃຫ້ການສະໜັບສະໜູນບໍລິສັດເໝືອນດັ່ງທີ່ຜ່ານມາ, ພ້ອມກັນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງລາວໃຫ້ມີຄຸນນະພາບ.