ລົດໄຟຂົນສົ່ງສິນຄ້າສາກົນ“ຂະບວນລ້ານຊ້າງສາຍດ່ວນ”ຕາມທາງລົດໄຟລາວ-ຈີນ ໄດ້ຫຼາຍກວ່າ 200 ຂະບວນ

Yunnan Gateway, October 20, 2022
Size:

ມາຮອດວັນທີ 3 ຕຸລານີ້, ທາງລົດໄຟລາວ-ຈີນໄດ້ເປີດນຳໃຊ້ເປັນເວລາ 10 ເດືອນແລ້ວ, ຊຶ່ງໄດ້້ຂົນສົ່ງຜູ້ໂດຍສານ 7,39 ລ້ານເທື່ອຄົນ, ໄດ້ຂົນສົ່ງສິນຄ້າ 8,51 ລ້ານໂຕນ, ໃນນັ້ນ ສິນຄ້ຂ້າມຊາຍແດນມີເຖິງ 1,54 ລ້ານໂຕນ.

ລົດໄຟຂົນສົ່ງສິນຄ້າສາກົນ “ຂະບວນລ້ານຊ້າງສາຍດ່ວນ” ຜ່ານດ່ານໄວ, ມີຄວາມໄວສູງ ແລະ ສາມາດຄວບຄຸມເວລາຂົນສົ່ງສິນຄ້າໄປເຖິງຈຸດໝາຍປາຍທາງໄດ້ຕາມກຳນົດເວລາ, ນັບແຕ່ເປີດນຳໃຊ້ເປັນຕົ້ນມາ, ໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍຈາກວິສາຫະກິດຂ້າມແດນ. ມາຮອດວັນທີ 3 ຕຸລານີ້, ລົດໄຟຂົນສົ່ງສິນຄ້າສາກົນ ຂະບວນລ້ານຊ້າງສາຍດ່ວນ” ທີ່ແລ່ນຕາມທາງລົດໄຟລາວ-ຈີນໄດ້ຫຼາຍວ່ 200 ຂະບວນ, ການລ່ນລົດໄດ້ຈາກການອອກຂະບວນລົດຕາມຄວາມຕ້ອງການຕົວຈິງ ໃນໄລຍະຫາກໍ່ເປີດນຳໃຊ້ໄດ້ເພີ່ມຂຶ້ນເປັນການແລ່ນລົດເປັນ 3 ຂະບວນຕໍ່ອາທິດຕາມເວລາທີ່ກຳນົດໄວ້, ໄດ້ຂົນສົ່ງສິນຄ້າໄປເຖິງປະເທດລາວ, ໄທ, ມຽນມາ, ມາເລເຊຍ, ກຳປູເຈຍ, ສິງກະໂປ ພ້ອມດ້ວຍປະເທດແລະເຂດແຄ້ວນອື່ນໆ.

ເດືອນກັນຍາຜ່ານມານີ້, ການຂົນສົ່ງສິນຄ້ຕາມທາງລົດໄຟລາວ-ຈີນມີເຖິງ 1,25 ລ້ານໂຕນ, ຊຶ່ງໄດ້ສ້າງສະຖິຕິໃໝ່ຕໍ່ເດືອນເປັນປະຫວັດການ, ສິນຄ້ທີ່ຂົນສົ່ງຕາມທາງລົດໄຟກໍໄດ້ເພີ່ມຂຶ້ນຈາກ 100 ວ່ຊະນິດໃນໄລຍະຕົ້ນ ເພີ່ມຂຶ້ນເປັນ 1.200 ກວ່າຊະນິດໃນປັດຈຸບັນ.

ແຫຼງຂາວ: “ໜັງສືພິມຢຸນນານລາຍວັນ”