ການຂົນສົ່ງສິນຄ້າເຂົ້າອອກເມືອງຕາມເສັ້ນທາງລົດໄຟຈີນ-ລາວຫຼາຍກວ່າ 1 ລ້ານ 4 ແສນໂຕນ

CRI, October 18, 2022
Size:

    ຫວ່າງບໍ່ດົນມານີ້, ດ່ານພາສີຄຸນໝິງຈີນໃຫ້ຮູ້ວ່າ, ນັບແຕ່ການເປີດນຳໃຊ້ເສັ້ນທາງລົດໄຟຈີນ-ລາວ ມາຮອດວັນທີ 1 ຕຸລາ 2022 ນີ້, ດ່ານພາສີຄຸນໝິງໄດ້ຕິດຕາມກວດກາສິນຄ້າທີ່ເຂົ້າອອກເມືອງທັງໝົດ 1.419.000 ໂຕນ, ຕົກເປັນມູນຄ່າ 11,11ຕື້ຢວນ. ຂະບວນລົດໄຟຂົນສົ່ງສິນຄ້າສາກົນ “ສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ສາມາດຂົນສົ່ງສິນຄ້າຈາກນະຄອນຄຸນໝິງຈີນໄປຮອດນະຄອນຫຼວງວຽງຈັນຂອງປະເທດລາວຕາມເສັ້ນທາງລົດໄຟຈີນ-ລາວ ພາຍໃນ 24 ຊົ່ວໂມງ.