ເອກອັກຄະລັດຖະທູດຫຼາຍປະເທດປະຈຳຈີນຄອງຄອຍການພັດທະນາຂອງຈີນໃນອະນາຄົດ

CRI, October 18, 2022
Size:

ວັນທີ 16 ຕຸລານີ້, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນຄັ້ງທີ 20 ຈະໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນ. ນີ້ແມ່ນກອງປະຊຸມທີ່ສຳຄັນທີ່ສຸດເຊິ່ງເປັນໄລະຍະສຳຄັນທີ່ຈີນກ້າວເຂົ້າສູ່ຂະບວນການອອກເດີນທາງຄັ້ງໃໝ່ ເພື່ອສ້າງປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ. ເອກອັກຄະລັດຖະທູດຫຼາຍປະເທດປະຈຳຈີນ ເປັນຕົ້ນລາວ, ໄທ ແລະ ປາກີສະຖານໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: ມີຄວາມຄອງຄອຍຕໍ່ກອງປະຊຸມຄັ້ງນີ້ ແລະມີຄວາມຄອງຄອຍຕໍ່ການພັດທະນາຂອງຈີນໃນອະນາຄົດ.

ທ່ານນາງຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວປະຈຳຈີນກ່າວວ່າ: ດີໃຈຫຼາຍທີ່ໄດ້ເປັນເອກອັກຄະລັດຖະທູດລາວປະຈຳຈີນໃນໄລຍະທີ່ການພົວພັນລະຫວ່າງລາວ-ຈີນສອງປະເທດຢູ່ໃນບັນຍາກາດທີ່ດີທີ່ສຸດ, ໄດ້ເປັນພິຍານໃຫ້ແກ່ການສ້າງປະຊາຄົມຮ່ວມຊາຕາກຳລາວ-ຈີນທີ່ນັບມື້ນັບມີປະສິດທິຜົນຢ່າງເລິກເຊິ່ງ. ທ່ານຄອງຄອຍຈະໄດ້ຮັບຮູ້ແຜນການການຊີ້ນຳນຳພາການພັດທະນາປະເທດຈີນໃນຕໍ່ໜ້າຂອງພັກຄອມມູນິດຈີນ.

ທ່ານອັດຕາຢຸດ ສີສະໝຸດ ເອກອັກຄະລັດຖະທູດໄທປະຈຳຈີນກ່າວວ່າ: ເນື້ອໃນສຳຄັນທີ່ສຸດຂອງກອງປະຊຸມຄັ້ງນີ້ແມ່ນການຊຸກຍູ້ການຟື້ນຟູຂອງເສດຖະກິດໂລກພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19, ໄທຄອງຄອຍຈີນເສີມຂະຫຍາຍບົດບາດຫຼາຍກວ່າເກົ່າໃນການຊຸກຍູ້ການເຊື່ອມໂຍງເສດຖະກິດອາຊີປາຊີຟິກໃຫ້ເປັນເອກະພາບກັນ.

ທ່ານໂມອິນ ອຸຍ ຮາກ ເອກອັກຄະລັດຖະທູດປາກີສະຖານປະຈຳຈີນເຫັນວ່າ: ບໍ່ວ່າດ້ານອຸດສາຫະກຳ, ກະສິກຳ, ສິ່ງແວດລ້ອມແລະວິທະຍາສາດເຕັກນິກ, ການພັດທະນາຂອງຈີນລ້ວນແຕ່ເປັນຕົວແບບຂອງໂລກ. ບົດຮຽນດ້ານການພັດທະນາຂອງຈີນເປັນບົດຮຽນທີ່ປະເທດພວມພັດທະນາທັງຫຼາຍສາມາດຖອດຖອນຮ່ຳຮຽນເອົາໄດ້.