ທ່ານ ສີຈິ້ນຜິງ: ຈີນໄດ້ກາຍເປັນຄູ່ການຄ້າຕົ້ນຕໍຂອງ 140 ກວ່າປະເທດ ແລະເຂດແຄວ້ນ

CRI, October 17, 2022
Size:

     ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນຄັ້ງທີ 20 ໄດ້ໄຂ ຂຶ້ນທີ່ນະຄອນຫຼວງປັກກິ່ງໃນວັນທີ 16 ຕຸລານີ້, ໂອກາດນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ຕາງໜ້າຄະນະກໍາມະການສູນກາງພັກສະໄໝທີ 19 ຜ່ານບົດລາຍງານຕໍ່ກອງປະຊຸມ. ທ່ານສີຈິ້ນຜິງກ່າວວ່າ: ຈີນໄດ້ກາຍເປັນຄູ່ການຄ້າຕົ້ນຕໍຂອງ 140 ກວ່າປະເທດ ແລະເຂດແຄວ້ນ, ຍອດມູນຄ່າການຄ້າສິນຄ້າເປັນອັນດັບ 1 ຂອງໂລກ, ພ້ອມດຽວກັນນີ້, ການດຶງດູດການລົງທຶນຈາກຕ່າງປະເທດແລະການລົງທຶນຕໍ່ພາຍນອກກໍຢູ່ລະດັບແຖວໜ້າຂອງໂລກເຊັ່ນດຽວກັນ, ກາຍເປັນສະພາບການເປີດປະຕູສູ່ພາຍນອກໃນຂອບເຂດໃຫຍ່ກວ່າເກົ່າ, ຂົງເຂດກວ້າງກວ່າເກົ່າ ແລະມີລະດັບທີ່ເລິກເຊິ່ງກວ່າເກົ່າ.