ທີມແພດເຂດກວາງຊີໄດ້ເດີນທາງໄປປະເທດລາວ ເພື່ອສົ່ງ “ແສງສະຫວ່າງ”

lmcchina.org, October 16, 2022
Size:

ໃນໄລຍະນີ້, ທີມແພດໂຄງການຊ່ວຍເຫຼືອແກ້ໄຂບັນຫາພະຍາດແກ່ນຕາຂຸ້ນທີ່ພາໃຫ້ຕາບອດ ຂອງເຂດກວາງຊີ ໄດ້ຂຸ້ນຂ້ຽວກັບການຜ່າຕັດແກ່ນຕາຂຸ້ນແບບບໍ່ຕ້ອງເສຍຄ່າ ໃຫ້ແກ່ປະຊາຊົນລາວຢູ່ທ້ອງຖິ່ນ ແຕ່ເຊົ້າຮອດແລງ.

ທີມແພດຂອງເຂດກວາງຊີ ທີ່ເດີນທາງມາປະຕິບັດໜ້າທີ່ ໃນໂຄງການຊ່ວຍເຫຼືອແກ້ໄຂບັນຫາພະຍາດແກ່ນຕາຂຸ້ນພາໃຫ້ຕາບອດ ລວມທັງໝົດມີ 10 ທ່ານ ເຊິ່ງລ້ວນແຕ່ມາຈາກໂຮງໝໍປະຊາຊົນເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ.

ທີມແພດໄດ້ເດີນທາງມາຮອດນະຄອນຫຼວງວຽງຈັນໃນວັນທີ 2 ກັນຍາ, ເມື່ອມາຮອດແລ້ວກໍເລີ່ມລົງມືກະກຽມວຽກຕ່າງໆທັນທີ. ໃນວັນທີ 16 ກັນຍານີ້ ໂຄງການໄດ້ເປີດຢ່າງເປັນທາງການ, ໃນມື້ດຽວກັນ, ທີມແພດກໍໄດ້ເລີ່ມຕົ້ນປະຕິບັດໂຄງການຜ່າຕັດຟື້ນຟູສາຍຕາທັນທີ.


ທ່ານ ຊູຍຟານ ຮອງຫົວໜ້າພະແນກຕາ ໂຮງໝໍປະຊາຊົນເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ (ຜູ້ຮັກສາການຊົ່ວຄາວ), ຫົວໜ້າທີມແພດໂຄງການຊ່ວຍເຫຼືອແກ້ໄຂບັນຫາພະຍາດແກ່ນຕາຂຸ້ນພາໃຫ້ຕາບອດຂອງເຂດກວາງຊີ ໄດ້ເວົ້າວ່າ: “ພວກເຮົາກໍມີການຝຶກອົບຮົມໃຫ້ແກ່ແພດໝໍພະແນກສຸຂະພາບຕາຂອງທ້ອງຖິ່ນ ເພື່ອໃຫ້ພວກເພິ່ນກໍາໄດ້ເຕັກນິກການປິ່ນປົວພະຍາດຕາຂຸ້ນ”.

ທ່ານ ຊູຍຟານ ກ່າວວ່າ: ນັບແຕ່ເລີ່ມຕົ້ນໂຄງການດັ່ງກ່າວນີ້ເປັນຕົ້ນມາ, ທີມແພດໄດ້ດໍາເນີນການຜ່າຕັດຜູ້ເປັນພະຍາດແກ່ນຕາຂຸ້ນ ໃຫ້ປະຊາຊົນຢູ່ທ້ອງຖິ່ນ ໂດຍໄດ້ຜ່ານຜ່າຄວາມຫຍຸ້ງຍາກລໍາບາກນາໆປະການ. ພາຍຫຼັງໄດ້ຮັບການຜ່າຕັດແລ້ວ, ສາຍຕາຂອງບາງຄົນໄດ້ຟື້ນຟູດີຂຶ້ນສູງສຸດເຖິງ 1.0. ຄວາມຊໍານານທາງດ້ານການປິ່ນປົວຂອງທີມແພດໄດ້ຮັບການຍ້ອງຍໍ ແລະຮັບຮອງ ຈາກອຳນາດການປົກຄອງ ແລະ ປະຊາຊົນ ທ້ອງຖິ່ນ.


ຕາມການແນະນໍາໃຫ້ຮູ້ວ່າ, ນັບແຕ່ທີມແພດໂຄງການຊ່ວຍເຫຼືອແກ້ໄຂບັນຫາພະຍາດແກ່ນຕາຂຸ້ນພາໃຫ້ຕາບອດຂອງເຂດກວາງຊີ ໄດ້ດໍາເນີນການຜ່າຕັດ ນັບແຕ່ວັນທີ 16 ກັນຍາ ເປັນຕົ້ນມາ, ໄດ້ດໍາເນີນການຜ່າຕັດພະຍາດແກ່ນຕາຂຸ້ນ ໃຫ້ແກ່ປະຊາຊົນທ້ອງຖິ່ນມີຈໍານວນຫຼາຍກວ່າ 300 ຄົນ ດ້ວຍຜົນສຳເລັດອັນຈົບງາມ.

ຊຸມປີມໍ່ໆມານີ້, ເຂດກວາງຊີໄດ້ປະດິດຄິດສ້າງໃໝ່ຮູບແບບການຊ່ວຍເຫຼືອຕ່າງປະເທດ ໃນດ້ານການປິ່ນປົວແລະສາທາລະນະສຸກຢ່າງບໍ່ຢຸດຢັ້ງ ແລະ ໄດ້ຊ່ວຍເຫຼືອທາງດ້ານການແພດໃຫ້ແກ່ບັນດາປະເທດອາຊຽນ ໂດຍໄດ້ຈັດສົ່ງທີມແພດເດີນທາງໄປປະເທດກຳປູເຈຍ ແລະ ລາວ ຈັດຕັ້ງປະຕິບັດໂຄງການແກ້ໄຂບັນຫາພະຍາດແກ່ນຕາຂຸ້ນພາໃຫ້ຕາບອດຢ່າງເປັນລໍາດັບ,ເຊິ່ງດໍາເນີນການຜ່າຕັດຟື້ນຟູສາຍຕາ ແບບບໍ່ຕ້ອງເສຍຄ່າ ໃຫ້ແກ່ປະຊາຊົນທ້ອງຖິ່ນຜູ້ເປັນຕາບອດຍ້ອນພະຍາດແກ່ນຕາຂຸ້ນ.