ກອງປະຊຸມປຶກສາຫາລືການຮ່ວມມືດ້ານການສຶກສາພາສາຈີນຂອງລ້ານຊ້າງ-ແມ່ນນໍ້າຂອງ ໄຂຂຶ້ນທີ່ເມືອງຄຸນມິງ ແຂວງຢູນນານ

lmcchina.org, October 15, 2022
Size:

ມື້ຜ່ານມາ, ກອງປະຊຸມປຶກສາຫາລືແບບອອນລາຍກ່ຽວກັບການຮ່ວມມືທາງດ້ານການສຶກສາພາສາຈີນຂອງລ້ານຊ້າງ-ແມ່ນນໍ້າຂອງ(LM) ຄັ້ງທໍາອິດໄດ້ໄຂຂຶ້ນທີ່ເມືອງຄຸນມິງ ແຂວງຢູນນານ. ກອງປະຊຸມປຶກສາຫາລືດັ່ງກ່າວນີ້ ເປັນໜຶ່ງໃນກິດຈະກໍາຂອງກອງປະຊຸມປຶກສາຫາລືການຮ່ວມມືດ້ານການສຶກສາໃນພາກພື້ນອາຊີໃຕ້ ແລະອາຊີຕາເວັນອອກ ສຽງໃຕ້ ເຊິ່ງໄດ້ຈັດຂຶ້ນໂດຍພະແນກສຶກສາ ແຂວງຢູນນານ,  ມີຊ່ຽວຊານ ນັກວິຊາການ ຄູອາຈານ ແລະນັກສຶກສາປະມານ 200 ກວ່າຄົນທີ່ມາຈາກມະຫາວິທະຍາໄລແລະສະຖາບັນການສຶກສາ 27 ແຫ່ງຂອງ ສປ ຈີນ, ກໍາປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ ທີ່ເປັນປະເທດລຽບຕາມລໍາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ເຂົ້າຮ່ວມພ້ອມພຽງກັນ.

ກອງປະຊຸມປຶກສາຫາລື ແມ່ນຖຶເອົາຫົວຂໍ້ “ການເປີດປະຕູ, ການຮ່ວມມື, ການຍອມຮັບ ເພື່ອຊຸກຍູ້ສົ່ງເສີມການກໍ່ສ້າງປະຊາຄົມຮ່ວມການສຶກສາ ພາສາຈີນ LM”, ໂດຍແບ່ງອອກເປັນສອງກອງປະຊຸມຍ່ອຍ ຄື ກອງປະຊຸມລະດັບ ອະທິການບໍດີ ມະຫາວິທະຍາໄລ ກ່ຽວກັບການສຶກສາຈີນ ແລະ ກອງປະຊຸມລະດັບຊ່ຽວຊານກ່ຽວກັບການສຶກສາພາສາຈີນ. ໃນກອງປະຊຸມໄດ້ປຶກສາຫາລື ແລະ ບັນລຸຄວາມເຫັນຢ່າງເປັນເອກະພາບກັນ ຕໍ່ກັບການປັບຕົວຢ່າງຕັ້ງໜ້າເພື່ອໄປທັນກັບການພັດທະນາພາລະກິດການສຶກສາພາສາຈີນນານາຊາດໃນຍຸກສະໄໝໃໝ່, ເພື່ອເພີ່ມທະວີການຮ່ວມມືດ້ານການສຶກສາພາສາຈີນລະຫວ່າງບັນດາມະຫາວິທະຍາໄລແລະສະຖາບັນການສຶກສາ ຂອງປະເທດ LM, ການແບ່ງປັນປະສົບການຂອງການພັດທະນາວຽກງານການສຶກສາພາສາຈີນຂອງປະເທດຕ່າງໆ, ເພື່ອຍົກສູງຄຸນນະພາບການຮຽນ-ການສອນ ແລະ ລະດັບການຄົ້ນຄວ້າ ຂອງການສຶກສາພາສາຈີນ ໃນບັນດາປະເທດ LM. 

ການຈັດກອງປະຊຸມປຶກສາຫາລືກ່ຽວກັບການຮ່ວມມືດ້ານການສຶກສາພາສາຈີນ LM ໃນຄັ້ງນີ້, ຖືເປັນມາດຕະການໜຶ່ງທີ່ມີຫົວຄິດປະດິດສ້າງ ໃນການລົງເລິກການຮ່ວມມື LM ແລະ ການຊຸກຍູ້ການແລກປ່ຽນການຮ່ວມມືດ້ານວັດທະນະທໍາແລະການສືກສາ ຂອງບັນດາປະເທດ LM. ມາຫາວິທະຍາໄລ ແລະ ສະຖາບັນການສຶກສາຂອງປະເທດ LM  ຕ່າງກໍສະແດງຄໍາຄິດຄໍາເຫັນວ່າ, ຍິນດີຍຶດໝັ້ນຫຼັກການ “ຮ່ວມກັນປຶກສາຫາລື, ຮ່ວມກັນສ້າງ, ຮ່ວມກັນແບ່ງປັນ”, ປະຕິບັດນໍ້າໃຈ “ການເປີດປະຕູ, ການຮ່ວມມື, ການຍອມຮັບ”, ເສີມຂະຫຍາຍທ່າແຮງທີ່ໄດ້ປຽບ, ຈັດສັນຊັບພະຍາກອນຢ່າງລວມສູນ, ມີຄວາມເຂົ້າອົກເຂົ້າໃຈແລະໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ຊຸກຍູ້ການກໍ່ສ້າງປະຊາຄົມຮ່ວມການສຶກສາພາສາຈີນຂອງ LM ໃຫ້ໄດ້ຮັບຜົນສໍາເລັດອັນຈົບງາມ ພ້ອມທັງເປັນຕົວແບບທີ່ດີຂອງການຮ່ວມມື LM.