ໂຮງໝໍມະໂຫສົດສ່ອງແສງໃຫ້ເຫັນເຖິງຂໍ້ລິເລີ່ມການພັດທະນາຂອງໂລກ

CRI, October 14, 2022
Size:

ໂຮງໝໍມະໂຫສົດແມ່ນໂຮງໝໍສັງລວມທີ່ມີຂະໜາດໃຫຍ່ທີ່ສຸດ ແລະມີພະແນກສົມບູນທີ່ສຸດຂອງລາວ, ໄດ້ມີປະຫວັດສາດ 110 ກວ່າປີແລ້ວ. ໃນຊຸມປີມໍ່ໆມານີ້, ຄຽງຄູ່ກັບເສດຖະກິດສັງຄົມຂອງລາວໄດ້ມີການພັດທະນາຢ່າງບໍ່ຢຸດຢັ້ງ, ອຸປະກອນການແພດເກົ່າຂອງໂຮງໝໍຍາກທີ່ຈະຕອບສະໜອງກັບຄວາມຕ້ອງການດ້ານການປິ່ນປົວພະຍາດ. ວັນທີ 11 ພະຈິກປີ 2021 ພິທີມອບຮັບໂຄງການໂຮງໝໍມະໂຫສົດທີ່ຈີນຊ່ວຍເຫຼືອລາວໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ. ທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີລາວ ຍ້ອງຍໍວ່າ, ໂຄງການໂຮງໝໍສັງລວມມະໂຫສົດ ແມ່ນໂຄງການທີ່ມີຄວາມໝາຍສຳຄັນເປັນພິເສດຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ຈະໄດ້ເສີມຂະຫຍາຍບົດບາດອັນຕັ້ງໜ້າເຂົ້າໃນການປັບປຸງເງື່ອນໄຂສາທາລະນະສຸກ, ຍົກລະດັບເຕັກນິກຂອງພະນັກງານການແພດຂອງລາວ, ແລະຈະມີຜົນດີຕໍ່ການຮັບໃຊ້ປະຊາຊົນລາວຜູ້ເປັນພະຍາດ. 

ຕໍ່ກັບສຳລັບກໍລະນີທີ່ປະເທດພວມພັດທະນາຈຳນວນໜຶ່ງປະສົບຄວາມຫຍຸ້ງຍາກດ້ານເງິນທຶນໃນດ້ານພື້ນຖານໂຄງລ່າງ ຊີວິດການເປັນຢູ່ ແລະ ຂົງເຂດອື່ນໆ, ຈີນໄດ້ໃຊ້ການກະທຳຕົວຈິງ, ຊ່ວຍເຫຼືອດ້ານເງິນທຶນ ແລະ ເຕັກໂນໂລຊີ, ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ, ຊຸກຍູ້ການພັດທະນາແບບຍືນຍົງ. 

“ການພັດທະນາແມ່ນຂໍກຸນແຈໃນການບັນລຸຄວາມສຸກຂອງປະຊາຊົນ. ເມື່ອປະເຊີນໜ້າກັບຜົນກະທົບອັນໜັກໜ່ວງຈາກການແຜ່ລະບາດຂອງພະຍາດໂຄວິດ-19, ພວກເຮົາຕ້ອງຮ່ວມກັນຊຸກຍູ້ການພັດທະນາຂອງໂລກໃຫ້ກ້າວໄປສູ່ໄລຍະໃໝ່ທີ່ມີລັກສະນະດຸນດ່ຽງ ປະສານງານ ແລະ ການມີສ່ວນຮ່ວມ.” ກ່ອນການມອບຮັບໂຄງການໂຮງໝໍສັງລວມມະໂຫສົດບໍ່ດົນ, ຄື ວັນທີ 21 ກັນຍາປີ 2021, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສະເໜີ ຂໍ້ລິເລີ່ມການພັດທະນາຂອງໂລກໃນການອະພິປາຍທົ່ວໄປຂອງກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 76, ໂດຍໄດ້ຊຸກຍູ້ບັນຫາການພັດທະນາກັບຄືນສູ່ວາລະແກນກາງຂອງສາກົນ. 

ຄວາມໝາຍໃຈກາງຂອງຂໍ້ລິເລີ່ມການພັດທະນາຂອງໂລກຄື ຍຶດໝັ້ນຖືການພັດທະນາເປັນບຸລິມະສິດ, ຖືປະຊາຊົນເປັນໃຈກາງ, ຍຶດໝັ້ນການສ້າງຜົນປະໂຫຍດທົ່ວໄປແບບມີສ່ວນຮ່ວມ, ຍຶດໝັ້ນການຂັບເຄື່ອນດ້ວຍການປະດິດສ້າງໃໝ່, ຍຶດໝັ້ນມະນຸດ ກັບ ທຳມະຊາດຢູ່ຮ່ວມກັນຢ່າງກົມກຽວກັນ, ຍຶດໝັ້ນໃຊ້ການເຄື່ອນໄຫວຕົວຈິງ. ເນັ້ນການຊຸກຍູ້ການຮ່ວມມືໃນຂົງເຂດສຳຄັນຕ່າງໆ, ເຊັ່ນ: ຫຼຸດຜ່ອນຄວາມທຸກຍາກ, ຄວາມໝັ້ນຄົງດ້ານສະບຽງອາຫານ, ການຕ້ານກັບພະຍາດ ແລະວັກຊິນ, ລະດົມທຶນເພື່ອການພັດທະນາ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາຕາມທິດສີຂຽວ, ການຫັນເປັນອຸດສາຫະກຳ, ເສດຖະກິດດີຈີຕອນ, ການເຊື່ອມໂຍງເຊື່ອມຈອດກັນ, ແລະອື່ນໆ, ເລັ່ງລັດຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງຮອດປີ 2036 ຂອງອົງການສະຫະປະຊາຊາດ, ສ້າງປະຊາຄົມຮ່ວມຊາຕາກຳແຫ່ງການພັດທະນາຂອງໂລກ.