ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ: ລໍຄອຍການມາເຖິງຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນຄັ້ງທີ 20 ຢ່າງຈົດຈໍ່

CRI, October 14, 2022
Size:

   ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສ.ປ.ປ. ລາວ ໄດ້ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນຫຼື CMG ໃນຫວ່າງບໍ່ດົນມານີ້ວ່າ: ປະຊາຊົນລາວລໍຄອຍການມາເຖິງຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນຄັ້ງທີ 20 ຢ່າງຈົດຈໍ່.

    ໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ກ່າວວ່າ, ປະຊາຊົນຈີນ ກໍາລັງດໍາລົງຊີວິດຢູ່ຢ່າງສະຫງົບສັນຕິ, ແລະປະເທດຈີນກໍກໍາລັງພັດທະນາໄປຂ້າງໜ້າຢ່າງແຂງແຮງ ແລະໜັກແໜ້ນ ພາຍໃຕ້ການນໍາພາຂອງພັກຄອມມູນິດຈີນ ອັນມີສະຫາຍເລຂາທິການໃຫຍ່ ປະທານປະເທດ ສີຈິ້ນຜິງ ເປັນຜູ້ນໍາ.

    ທ່ານ ທອງລຸນ ສີສຸລິດ ກ່າວຕື່ມວ່າ, ກອງປະຊຸມຄັ້ງນີ້ຈະໄຂຂຶ້ນໃນທ່າມກາງສະພາບຂອງໂລກ ແລະສະພາບຂອງພາກພື້ນທີ່ມີຄວາມສັບສົນປັ່ນປ່ວນ ແລະໄດ້ຮັບຄວາມສົນໃຈຈາກປະເທດຕ່າງໆໃນໂລກ. ຝ່າຍລາວເຊື່ອໝັ້ນວ່າ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນຄັ້ງທີ 20 ຈະນໍາເອົາຜົນສໍາເລັດສໍາຄັນ, ໃຫຍ່ຫຼວງມາສູ່ປະຊາຊົນຈີນທົ່ວປະເທດ ເຊິ່ງຜົນສໍາເລັດດັ່ງກ່າວ ຈະເປັນກໍາລັງແຮງອັນຍິ່ງໃຫຍ່ໃຫ້ແກ່ການກ້າວສູ່ໄຊຊະນະແຫ່ງເປົ້າໝາຍຮ້ອຍປີເຫດການທີສອງ ແລະການສ້າງສັງຄົມນິຍົມທີ່ມີສີສັນຂອງຈີນໃນຍຸກໃໝ່.