ຈຳນວນຜູ້ຖືກບົ່ງມະຕິຕິດເຊື້ອພະຍາດໄຂ້ເລືອດອອກຢູ່ຫວຽດນາມໃນປີນີ້ມີຫຼາຍກວ່າ 210.000 ກໍລະນີ

CRI, October 12, 2022
Size:

   ວັນທີ 22 ກັນຍານີ້ ກະຊວງສາທາລະນະສຸກຫວຽດນາມໄດ້ເປີດເຜີຍຂໍ້ມູນສະແດງໃຫ້ເຫັນວ່າ: ນັບແຕ່ປີນີ້ເປັນຕົ້ນມາຢູ່ຫວຽດນາມ ຈຳນວນຜູ້ຖືກບົ່ງມະຕິຕິດເຊື້ອພະຍາດໄຂ້ເລືອດອອກໄດ້ເພີ່ມຂຶ້ນຫຼາຍກວ່າ 210.000 ກໍລະນີ, ຈຳນວນຜູ້ເສຍຊີວິດຍ້ອນພະຍາດນີ້ມີ 87 ຄົນ.

   ອີງຕາມຂໍ້ມູນຂອງກະຊວງສາທາລະນະສຸກຫວຽດນາມສະແດງໃຫ້ເຫັນວ່າ: ນັບມາຮອດວັນທີ22ກັນຍານີ້, ຈຳນວນຜູ້ຖືກບົ່ງມະຕິຕິດເຊື້ອພະຍາດໄຂ້ເລືອດອອກຢູ່ຫວຽດນາມໃນປີນີ້ມີຫຼາຍເຖິງ 211.388 ກໍລະນີ. ໃນນັ້ນ ໂຮຈິມີນເປັນນະຄອນທີ່ມີຈຳນວນຜູ້ຖືກບົ່ງມະຕິຕິດເຊື້ອພະຍາດໄຂ້ເລືອດອອກແລະຈຳນວນຜູ້ເສຍຊີວິດຫຼາຍກວ່າໝູ່, ໃນນະຄອນດັ່ງກ່າວນີ້ ຈຳນວນຜູ້ຖືກບົ່ງມະຕິຕິດເຊື້ອພະຍາດໄຂ້ເລືອດອອກມີ 56.870 ກໍລະນີ,ແລະຈຳນວນຜູ້ເສຍຊີວິດມີ 23 ຄົນ.