ຈີນຈະປະກອບສ່ວນພະລັງທາງບວກຫຼາຍກວ່າເກົ່າໃຫ້ກັບການເຕີບໂຕຂອງເສດຖະກິດໂລກ

CRI, October 12, 2022
Size:

ໃນເວລາຕອບຄຳຖາມຂອງນັກຂ່າວໃນກອງປະຊຸມຖະແຫຼງຂ່າວໃນວັນທີ 9 ຕຸລານີ້, ທ່ານນາງໝາວໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ແນະນຳສະພາບການປະກອບສ່ວນຂອງຈີນເຂົ້າໃນການເຕີບໂຕຂອງເສດຖະກິດໂລກໃນ ເກືອບ 10 ປີຜ່ານມານີ້, ໂດຍກ່າວວ່າ ປະເທດຈີນຈະປະກອບສ່ວນພະລັງທາງບວກຫຼາຍກວ່າເກົ່າເຂົ້າໃນການເຕີບໂຕທີ່ແຂງແຮງ ແບບຍືນຍົງດຸນດ່ຽງແລະ ແບບເປີດກວ້າງຂອງເສດຖະກິດໂລກ.

ອີງຕາມບົດລາຍງານທີ່ອົງການສະຖິຕິແຫ່ງຊາດຈີນເຜີຍແຜ່ໃນຫວ່າງມໍ່ໆນີ້, ອັດຕາປະກອບສ່ວນສະເລ່ຍຂອງຈີນເຂົ້າໃນການເຕີບໂຕຂອງເສດຖະກິດໂລກໃນເກືອບ 10 ປີຜ່ານມານີ້ເປັນອັນດັບໜຶ່ງຂອງໂລກ. ໂດຍຢູ່ຕໍ່ໜ້າຄວາມບໍ່ໝັ້ນຄົງ ແລະຄວາມບໍ່ແນ່ນອນຂອງສະພາບການເສດຖະກິດໂລກໄດ້ເພີ່ມຂຶ້ນ, ໂດຍສະເພາະແມ່ນພາຍໃຕ້ຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ເສດຖະກິດຈີນໄດ້ຮັກສາການເຕີບໂຕຢ່າງໝັ້ນທ່ຽງໂດຍໄດ້ປະກອບສ່ວນອັນຕັ້ງໜ້າເຂົ້າໃນການຟື້ນຟູຂອງເສດຖະກິດໂລກ.

ທ່ານນາງໝາວໜິງແນະນຳໃຫ້ຮູ້ວ່າ, ໃນເກືອບ 10 ປີມານີ້,ອັດຕາການເຕີບໂຕ ທີ່ຄິດສະເລ່ຍຂອງເສດຖະກິດຈີນແມ່ນ 6,6%, ເຊິ່ງຢູ່ແຖວໜ້າຂອງປະເທດເສດຖະກິດຕົ້ນຕໍຂອງໂລກ, ຫຼາຍກວ່າລວມຍອດອັດຕາການປະກອບສ່ວນຂອງ ປະເທດກຸ່ມ G7.ປີກາຍນີ້, ລວມຍອດຜະລິດຕະພັນພາຍໃນປະເທດຫຼື GDP ຂອງຈີນກວມອັດຕາສ່ວນລວມຍອດເສດຖະກິດຂອງໂລກມີເຖິງ 18,5%. ຍອດມູ່ນຄ່າການຄ້າພາຍນອກຂອງຈີນເມື່ອປີກາຍນີ້ແມ່ນ 6.900 ຕື້ິໂດລາສະຫະລັດ, ທຽບກັບ 10 ປີກ່ອນໄດ້ເພີ່ມຂຶ້ນ 56,8%, ຈີນເປັນປະເທດເສດຖະກິດໃຫຍ່ ອັນດັບສອງແລະເປັນປະເທດການຄ້າໃຫຍ່ອັນດັບໜຶ່ງຂອງໂລກຢ່າງໝັ້ນທ່ຽງ.