ພຣະນະຄອນສີອະຍຸທະຍາຂອງໄທປະສົບໄພນ້ຳຖ້ວມທີ່ໜັກໜ່ວງ,ບູຮານະສະຖານ 40 ກວ່າແຫ່ງຖືກຖ້ວມ

CRI, October 11, 2022
Size:

ວັນທີ 5 ຕຸລານີ້, ກະຊວງວັດທະນະທຳໄທເຜີຍໃຫ້ຮູ້ວ່າ: ໂດຍໄດ້ຮັບຜົນສະທ້ອນຈາກລົມພະຍຸ, ໃນຫວ່າງມໍ່ໆມານີ້ ຫຼາຍແຫ່ງຂອງໄທໄດ້ເກີດໄພນ້ຳຖ້ວມ, ລະດັບນ້ຳຂອງແມ່ນ້ຳອ້ອມສວນສາທາລະນະສາກເມືອງເກົ່າແກ່ອະຍຸທະຍາທາງພາກກາງຂອງໄທໄດ້ສູງຂຶ້ນຫຼາຍກວ່າ 1 ແມັດ. ພາກສ່ວນປ້ອງກັນວັດຖຸບູຮານທ້ອງຖິ່ນໄດ້ດຳເນີນການປ້ອງກັນບູຮານະສະຖານທີ່ຢູ່ເຂດແກນກາງຂອງສວນສາທາລະນະດັ່ງກ່າວ, ຈິ່ງບໍ່ໄດ້ເກີດຜົນກະທົບອັນໜັກໜ່ວງຕໍ່ບູຮານະສະຖານໃນສ່ວນໃຫຍ່, ແຕ່ຍັງມີ40ກວ່າແຫ່ງທີ່ຢູ່ບ່ອນຕ່ຳພາຍໃນສວນສາທາລະນະຖືກນ້ຳຖ້ວມ.

ປັດຈຸບັນ ພາກສ່ວນປ້ອງກັນວັດຖຸບູຮານທ້ອງຖິ່ນ ໄດ້ໃຊ້ມາດຕະການປ້ອງກັນນ້ຳຖ້ວມລະດັບສູງສຸດຕໍ່ບູຮານະສະຖານຢູ່ແຫ່ງຕ່າງໆ, ຊຶ່ງລວມທັງການສ້າງຄັນຄູປ້ອງກັນນ້ຳຖ້ວມຢູ່ທີ່ອ້ອມຂ້າງສວນສາທາລະນະໃຫ້ສູງຂຶ້ນ, ພະຍາຍາມເຮັດໃຫ້ຜົນຮ້າຍຂອງນ້ຳຖວມທີ່ມີຕໍ່ບູຮານະສະຖານນັ້ນຫຼຸດໜ້ອຍລົງເຖິງລະດັບຕ່ຳສຸດ.