ທາງດ່ວນເສັ້ນທຳອິດຂອງກຳປູເຈຍ ທີ່ບໍລິສັດຈີນລົງທຶນກໍ່ສ້າງນັ້ນ ເລີ່ມທົດ ລອງແລ່ນລົດ

CRI, October 9, 2022
Size:

ວັນທີ 1 ຕຸລາປີ 2022 ນີ້, ທາງດ່ວນພະນົມເປັນ-ທ່າກຳປັ່ນສີຫະນຸ ກຳປູເຈຍ ທີ່ບໍລິສັດໂຄງການກໍ່ສ້າງເສັ້ນທາງແລະຂົວຈີນຈຳກັດ ລົງທຶນ, ກໍ່ສ້າງແລະຮັບຜິດຊອບການທຸລະກິດນັ້ນ ໄດ້ເລີ່ມທົດລອງແລ່ນລົດແລ້ວ, ທາງດ່ວນດັ່ງກ່າວເປັນ ທາງດ່ວນເສັ້ນທຳອິດຂອງກຳປູເຈຍ.

ທາງດ່ວນພະນົມເປັນ-ທ່າສີຫະນຸ ໄດ້ເຊື່ອມຕໍ່ນະຄອນຫຼວງພະນົມ ເປັນຂອງກຳປູເຈຍ ກັບທ່າກຳປັ່ນສີຫະນຸ ທີ່ເປັນທ່າກຳປັ່ນທະເລນ້ຳເລິກ ທີ່ໃຫຍ່ກວ່າໝູ່ຂອງກຳປູເຈຍ, ແມ່ນໂຄງການທີ່ບໍລິສັດກໍ່ສ້າງເສັ້ນທາງແລະຂົວຈີນຈຳກັດ ລົງທຶນຕາມຮູບແບບ “ກໍ່ສ້າງ-ທຸລະກິດ-ມອບ”, ອອກແບບໂດຍຝ່າຍຈີນແລະ ໃຊ້ມາດຕະຖານຄຸນນະພາບຈີນ, ທາງດ່ວນສາຍນີ້ແລ່ນຜ່ານ 5 ແຂວງ, ມີຄວາມຍາວທັງໝົດ 187,05 ກິໂລແມັດ, ສາມາດແລ່ນລົດໄດ້ພ້ອມກັນ 4 ຄັນ ເສັ້ນໄປ 2 ຄັນ ເສັ້ນກັບ 2 ຄັນ. ພາຍຫຼັງທາງດ່ວນ ດັ່ງກ່າວໄດ້ເປີດນຳໃຊ້ແລ້ວ, ຂີ່ລົດຈາກພະນົມເປັນໄປຫາທ່າກຳປັ່ນສີຫານຸ ຈະປະຫຢັດເວລາເດີນທາງຈາກ 5 ຊົ່ວໂມງປາຍໃນເມື່ອກ່ອນ ໃຫ້ໜ້ອຍລົງເປັນພຽງບໍ່ຮອດ 2 ຊົ່ວໂມງເທົ່ານັ້ນ.