ຈີນ ແລະ ລາວຈັດການຝຶກຊ້ອມຮ່ວມເພື່ອຮັບມືກັບເຫດການສຸກເສີນທີ່ເກີດຂຶ້ນຕາມທາງລົດໄຟລາວ-ຈີນ

CRI, October 9, 2022
Size:

ຕາມແຫຼ່ງຂ່າວຈາກສະຖານທູດຈີນປະຈຳລາວໃຫ້ຮູ້ວ່າ: ວັນທີ 27 ກັນຍານີ້, ການຝຶກຊ້ອມຮ່ວມເພື່ອຮັບມືກັບເຫດການສຸກເສີນທີ່ເກີດຂຶ້ນຕາມທາງລົດໄຟລາວ-ຈີນ ທີ່ສະຖານທູດຈີນປະຈຳລາວ, ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບຂອງລາວຮ່ວມເປັນເຈົ້າພາບ ແລະ ຮັບຈັດໂດຍບໍລິສັດທາງລົດໄຟລາວ-ຈີນ ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນຢ່າງສຳເລັດຜົນ. ສອງຝ່າຍຈີນແລະລາວໄດ້ຄົ້ນຄວ້າແລະວາງແຜນການຝຶກຊ້ອມ, ສົ່ງພະນັກງານໄປຊີ້ນຳຢູ່ກັບທີ່, ຮ່າງແຜນການຝຶກຊ້ອມທີ່ລະອຽດ, ໜ່ວຍແພດກອງທັບຈີນຊ່ວຍເຫຼືອລາວຊຸດທີ 7 ກໍໄດ້ສົ່ງສະມາຊິກເຂົ້າຮ່ວມ ເຊິ່ງໄດ້ສ້າງເງື່ອນໄຂທີ່ດີໃຫ້ແກ່ການຈັດການຝຶກຊ້ອມດັ່ງກ່າວຢ່າງສຳເລັດຜົນ.

ການຝຶກຊ້ອມຄັ້ງນີ້ໄດ້ເປັນການສ້າງຄວາມຄ້ຳປະກັນອັນໝັ້ນແກ່ນຕໍ່ການປົກປັກຮັກສາຄວາມປອດໄພດ້ານການຂົນສົ່ງຕາມທາງລົດໄຟລາວ-ຈີນ ພ້ອມທັງຮັບປະກັນຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງຜູ້ໂດຍສານ ກໍຄືພະນັກງານຂອງທາງລົດໄຟ.