ສະຫາຍເລຂາທິການໃຫຍ່ ປະທານປະເທດລາວອວຍພອນວັນຊາດ ສປ ຈີນ ຄົບຮອບ 73 ປີ

CRI, October 8, 2022
Size:

ເນື່ອງໃນໂອກາດວັນສະຖາປະນາສາທາລະນະລັດປະຊາຊົນຈີນ ຄົບຮອບ 73 ປີ, ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນເຖິງສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ.

ເນື້ອໃນສານອວຍພອນໄດ້ຂຽນວ່າ: ສະຫາຍທີ່ຮັກແພງ, ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 73 ປີ, ໃນນາມຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ແລະຕາງໜ້າໃຫ້ປະຊາຊົນລາວບັນດາເຜົ່າ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະພອນໄຊອັນປະເສີດມາຍັງສະຫາຍ ແລະໂດຍຜ່ານສະຫາຍໄປຍັງ ຄະນະກໍາມະການສູນກາງພັກກອມມູນິດຈີນ ແລະປະຊາຊົນຈີນອ້າຍນ້ອງທຸກຖ້ວນໜ້າ.

ຂ້າພະເຈົ້າມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າ ນັບແຕ່ ສາທາລະນະລັດ ປະຊາຊົນຈີນ ໄດ້ຮັບການສະຖາປະນາ ໃນວັນທີ 01 ຕຸລາ 1949 ເປັນຕົ້ນມາ, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ ແລະປະດິດສ້າງຂອງພັກກອມມູນິດຈີນ,  ປະຊາຊົນຈີນອ້າຍນ້ອງ ໄດ້ສ້າງປະຫວັດສາດໜ້າໃໝ່ແຫ່ງການພັດທະນາປະເທດຊາດ, ສາມາດຍາດໄດ້ຜົນສໍາເລັດອັນສໍາຄັນ, ຮອບດ້ານ ແລະ ໜັກແໜ້ນ ໃນການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ. ສາທາລະນະລັດປະຊາຊົນຈີນ ໄດ້ມີການພັດທະນາຢ່າງໃຫຍ່ຫຼວງ ແລະກ້າວກະໂດດ, ມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະຫງົບສຸກ ກົມກຽວປອງດອງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີຄວາມເຂັ້ມແຂງ ທັນສະໄໝ, ເສດຖະກິດມີການຂະຫຍາຍຕົວຢ່າງວ່ອງໄວ ແລະຕໍ່ເນື່ອງ,  ບົດບາດ ແລະອິດທິພົນຂອງ ສປ ຈີນ ນັບມື້ນັບພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.   

ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍ ແລະຕີລາຄາສູງຕໍ່ຜົນສໍາເລັດຮອບດ້ານ, ໃຫຍ່ຫຼວງ ແລະມີຄວາມໝາຍປະຫວັດການ ທີ່ປະຊາຊົນຈີນອ້າຍນ້ອງຍາດມາໄດ້ ແລະ ຂໍອວຍພອນໃຫ້ປະຊາຊົນຈີນອ້າຍນ້ອງ ໂດຍພາຍໃຕ້ການນໍາພາອັນຖືກຕ້ອງ, ເດັດດ່ຽວໜັກແໜ້ນ ແລະສະຫຼາດສ່ອງໃສຂອງພັກກອມມູນິດຈີນ ອັນມີ ສະຫາຍ ສີຈິ້ນຜິງ ເປັນແກນກາງ ຈົ່ງປະສົບຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດພັດທະນາປະເທດຊາດ ຕາມເສັ້ນທາງສັງຄົມນິຍົມທີ່ທັນສະໄໝຕາມສີສັນພິເສດຂອງຈີນທີ່ວາງໄວ້,  ສູ້ຊົນບັນລຸເປົ້າໝາຍ “ 100 ປີ ເຫດການທີສອງ ” ກໍ່ຄືຄວາມມຸ້ງຫວັງໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ ແລະປະສົບຜົນສໍາເລັດຢ່າງຈົບງາມ ໃນການຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະຮູ້ບຸນຄຸນເປັນຢ່າງສູງ ມາຍັງພັກ, ລັດ ແລະ ປະຊາຊົນຈີນອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນໃຫຍ່ຫຼວງແກ່ປະຊາຊົນລາວມາໂດຍຕະຫຼອດບໍ່ວ່າໃນໄລຍະຕໍ່ສຸ້ປົດປ່ອຍຊາດໃນເມື່ອກ່ອນ ກໍ່ຄືໃນໄລຍະປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດໃນປະຈຸບັນ. ພັກ, ລັດ ແລະປະຊາຊົນລາວ ຍາມໃດກໍ່ຍຶດໝັ້ນ ແລຖືສໍາຄັນການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ພ້ອມນີ້ ກໍ່ຂໍຢືນຢັນຄືນນະໂຍບາຍອັນສະເຫມີຕົ້ນສະເຫມີປາຍຂອງຕົນໃນການສະຫນັບສະຫນູນນະໂຍບາຍຈີນດຽວ ແລະຖືວ່າ ໄຕ້ຫວັນ ເປັນສ່ວນຫນຶ່ງຂອງ ສປ ຈີນ, ຄັດຄ້ານທຸກເຈດຈໍານົງທີ່ມຸ້ງຫວັງສ້າງ “ສອງປະເທດຈີນ” ຫຼື “ໜຶ່ງຈີນ ໜຶ່ງໄຕ້ຫວັນ”   ແລະສະຫນັບສະຫນູນພາລະກິດທ້ອນໂຮມປະເທດຊາດ ໂດຍສັນຕິວິທີຂອງ ສປ ຈີນ.

ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ລະຫວ່າງ ສອງພັກ, ສອງລັດ ແລະປະຊາຊົນສອງຊາດລາວ-ຈີນ, ຈີນ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນ, ໄດ້ຮັບການເສີມຂະຫຍາຍໃຫ້ຈະເລີນງອກງາມ ແລະແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ.

ຂໍອວຍພອນໃຫ້ສະຫາຍ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະປະສົບຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນໜ້າທີ່ອັນມີກຽດສະຫງ່າ ແລະສູງສົ່ງຂອງສະຫາຍ.

ດ້ວຍຄວາມຮັກແພງ ແລະ ນັບຖືຢ່າງສູງ.