ສະຫາຍ ພັນຄຳ ວິພາວັນ ສົ່ງສານອວຍພອນວັນຊາດ ສປຈີນ ຄົບຮອບ 73 ປີ

CRI, October 8, 2022
Size:

ເນື່ອງໃນໂອກາດວັນສະຖາປະນາສາທາລະນະລັດ ປະຊາຊົນຈີນ ຄົບຮອບ 73 ປີ, ສະຫາຍ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງສະຫາຍ ຫຼີເຄີ້ສຽງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ເຊິ່ງເນື້ອໃນສານອວຍພອນໄດ້ຂຽນວ່າ: ສະຫາຍ ຫຼີເຄີ້ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ທີ່ນັບຖື ແລະ ຮັກແພງ,

ໃນນາມ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືໂອກາດນີ້ ສົ່ງຄໍາອວຍພອນອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ສະຫາຍ ຫຼີເຄີ້ສຽງ ພ້ອມດ້ວຍຄະນະລັດຖະບານ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ແລະ ປະຊາຊົນຈີນອ້າຍນ້ອງ ທຸກຖ້ວນໜ້າ.

ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າຕະຫຼອດໄລຍະ 73 ປີ ທີ່ຜ່ານມາ, ພາຍໃຕ້ການຊີ້ນຳ-ນໍາພາ ອັນສະຫຼາດສ່ອງໃສຂອງພັກກອມມູນິດຈີນ, ປະຊາຊົນຈີນອ້າຍນ້ອງ ສາມາດຍາດໄດ້ຜົນສໍາເລັດ ອັນໃຫຍ່ຫຼວງຢ່າງຮອບດ້ານ, ເຮັດໃຫ້ບົດບາດຂອງ ສປ ຈີນ ພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ໃນໄລຍະທີ່ທົ່ວປະເທດຈີນ ປະເຊີນກັບການແຜ່ລະບາດຂອງພະຍາດໂຄວິດ-19, ໂດຍການນໍາພາຂອງ ສູນກາງພັກກອມມູນິດຈີນ ທີ່ມີ ສະຫາຍເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ ເປັນແກນກາງ, ໄດ້ຊີ້ນໍາລັດຖະບານ ແລະທົ່ວສັງຄົມດຳເນີນມາດຕະການປ້ອງກັນ ແລະສະກັດກັ້ນ ຢ່າງເຂັ້ມງວດ ແລະມີປະສິດທິຜົນ, ປະຊາຊົນຈີນທົ່ວປະເທດ ໄດ້ສາມັກຄີເປັນປຶກແຜ່ນຮ່ວມແຮງຮ່ວມໃຈກັນສູ້ຊົນ ສຸມທຸກກຳລັງໃນທົ່ວສັງຄົມ, ທຶນຮອນ, ເຕັກນິກວິທະຍາສາດ ແລະບຸກຄະລາກອນການແພດ ໃນການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຈົນໄດ້ຮັບຜົນສໍາເລັດຢ່າງເປັນໜ້າຊົມຊື່ນຍິນດີໃນທົ່ວໂລກ, ລວມທັງການກໍານົດແນວທາງນະໂຍບາຍໃນການຟື້ນຟູການຜະລິດ ແລະພັດທະນາເສດຖະກິດຂອງປະເທດ ໃຫ້ກັບຄືນສູ່ສະພາບປົກກະຕິຢ່າງໄວວາ. ຄຽງຄູ່ກັນນັ້ນ, ຍັງມີແນວທາງນະໂຍບາຍການແກ້ໄຂຄວາມທຸກຍາກຂອງປະຊາຊົນຢ່າງຖືກຈຸດ, ອັນໄດ້ເຮັດໃຫ້ປະຊາຊົນຈີນຫຼາຍຮ້ອຍລ້ານຄົນ ຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ໃນເວລາອັນສັ້ນໆ, ຊຶ່ງເປັນຜົນງານອັນຍິ່ງໃຫຍ່ທີ່ມີຄວາມໝາຍປະຫວັດສາດ ຂອງ ສປ ຈີນ, ທັງເປັນບົດຮຽນລໍ້າຄ່າໃຫ້ແກ່ບັນດາປະເທດໃນໂລກ.

ສປປ ລາວ ພວກຂ້າພະເຈົ້າ ເວລາໃດກໍ່ຖືສໍາຄັນເປັນພິເສດຕໍ່ການພົວພັນຮ່ວມມືກັບ ສປ ຈີນ, ໃນຖານະທີ່ຂ້າພະເຈົ້າ ເປັນຜູ້ຊີ້ນໍາ-ນໍາພາ ວຽກງານຕົວຈິງຂອງລັດຖະບານ, ບົນພື້ນຖານການເປັນຄູ່ຮ່ວມຍຸດທະສາດຮອບດ້ານ  ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈີນ-ລາວ, ຂ້າພະເຈົ້າ ຈະສືບຕໍ່ເພີ່ມທະວີຊຸກຍູ້ບັນດາພາກສ່ວນທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ໃນການເອົາໃຈໃສ່ຈັດຕັ້ງປະຕິບັດຜັນຂະຫຍາຍຄວາມເຫັນເປັນເອກະພາບ ແລະການຕົກລົງຂອງຜູ້ນໍາສູງສຸດຂອງສອງພັກ, ສອງລັດ ລາວ-ຈີນ ໂດຍຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຂອງ ສປ ຈີນ ໃຫ້ປະກົດຜົນເປັນຈິງ ເພື່ອປະກອບສ່ວນສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະການຮ່ວມມື ທີ່ດີ  ລະຫວ່າງສອງປະເທດ ໃຫ້ນັບມື້ໄດ້ຮັບໝາກຜົນຍິ່ງຂຶ້ນຢ່າງບໍ່ຢຸດຢັ້ງ.

ຂໍອວຍພອນໃຫ້ກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກກອມມູນິດຈີນ ທີ່ຈະໄຂຂຶ້ນໃນມໍ່ໆນີ້ ຈົ່ງປະສົບຜົນສໍາເລັດຢ່າງຈົບງາມ.

ຂໍອວຍພອນໄຊໃຫ້ ສະຫາຍນາຍົກລັດຖະມົນຕີ, ຄະນະລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ ແລະສືບຕໍ່ນຳພາປະເທດຈີນປະສົບຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດສ້າງສາປະເທດຕາມເສັ້ນທາງສັງຄົມນິຍົມທີ່ທັນສະໄໝຕາມສີສັນພິເສດຂອງຈີນ, ບັນລຸເປົ້າໝາຍສູ້ຊົນ 100 ປີ ເຫດການທີສອງ ແລະບັນລຸການຟື້ນຟູຄວາມຮຸ່ງເຮືອງສີວິໄລຂອງປະຊາຊາດຈີນ.