ໂຄງການ “ສູນວິຖີຊີວິດແບບສີຂຽວສຳລັບເດັກ LM” ປີ 2022 ເລີ່ມດໍາເນີນງານຢ່າງເປັນທາງການ

lmcchina.org, October 2, 2022
Size:

ວັນທີ 23 ກັນຍາທີ່ຜ່ານມານີ້, ສະຫະພັນແມ່ຍິງທົ່ວປະເທດຈີນໄດ້ຈັດພິທີເປິດໂຄງການ “ສູນວິຖີຊີວິດແບບສີຂຽວສໍາລັບເດັກ LM” ປີ 2022 ທີ່ສູນເດັກນ້ອຍແຫ່ງຊາດຈີນ, ເຊິ່ງໃນພິທິດັ່ງກ່າວ ທ່ານ ນາງ ຮວງສຽວເວີ່ຍ (Huang Xiaowei), ຮອງປະທານສະຫະພັນແມ່ຍິງທົ່ວປະເທດຈີນໄດ້ກ່າວຄຳປາໄສຜ່ານລະບົບທາງໄກ. ນອກນັ້ນ, ທ່ານ ນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສປ ຈີນ, ທ່ານ ສິດທິກອນ ຈັນທະສຸວັນ ອັກຄະລັດຖະທູດລາຊະອານາຈັກໄທປະຈຳ ສປ ຈີນ, ທ່ານ ສົມເດັດ ທົງໄຊ ນັກການສຶກສາປະເທດໄທໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທາງອອນລາຍ ແລະ ອອບລາຍໃນພິທີດັ່ງກ່າວ.

ທ່ານ ນາງ ຮວງສຽວເວີ່ຍ ໄດ້ກ່າວວ່າ “ການເປີດໂຄງການ “ສູນວິຖີຊີວິດແບບສີຂຽວສຳລັບເດັກ LM” ມີຈຸດປະສົງເພື່ອສ້າງເວທີແລກປ່ຽນຄວາມເຫັນລະຫວ່າງບັນດາປະເທດ LM ເພື່ອຊຸກຍູ້ໃຫ້ເດັກນ້ອຍມີຊີວິດການເປັນຢູ່ທີ່ມີຄວາມສຸກ ແລະ ສາມາດເຕີບໃຫຍ່ໃສ່ໂຕເປັນຢ່າງດີ, ແລະພາຍຫຼັງໄດ້ເຕີບໃຫຍ່ແລ້ວ ສາມາດກາຍເປັນຜູ້ປະກອບສ່ວນສໍາຄັນເຂົ້າໃນການສ້າງສາບ້ານເມືອງອັນດີງາມຂອງມວນມະນຸດ ແລະ ເປັນຜູ້ສືບທອດໄມຕີຈິດລະຫວ່າງປະຊາຊາດ.” ເພິ່ນຍັງກ່າວຕື່ມວ່າ “ພວກຂ້າພະເຈົ້າຍິນດີຮ່ວມມືກັບບັນດາປະເທດຢູ່ລຽບຕາມແມ່ນ້ຳຂອງ ເພື່ອລົງເລິກການແລກປ່ຽນໃນຂົງເຂດວຽກງານການພັດທະນາເດັກນ້ອຍ, ຮ່ວມກັນສ້າງບ້ານເມືອງອັນດີງາມທີ່ເຕັມໄປດ້ວຍສັນຕິພາບ, ສະຖຽນລະພາບ, ວັດທະນະຖາວອນ ແລະ ສວຍງາມ ພ້ອມທັງປະກອບສ່ວນເຂົ້າໃນການຊຸກຍູ້ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.”

ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ກ່າວວ່າ “ພວກຂ້າພະເຈົ້າມີຄວາມຍິນດີຈະຕັ້ງໜ້າຊຸກຍູ້ການແລກປ່ຽນລະຫວ່າງແມ່ຍິງແລະເດັກນ້ອຍຂອງບັນດາປະເທດ LM, ສົ່ງເສີມການເພີ່ມພູນຄູນສ້າງຄວາມເຂົ້າໃຈກັນລະຫວ່າງປະຊາຊົນ ແລະ ຮ່ວມກັນເປີດສັງກາດໃໝ່ແຫ່ງການຮ່ວມມື LM”. ທ່ານ ສິດທິກອນ ຈັນທະສຸວັນ ອັກຄະລັດຖະທູດໄທ ໄດ້ກ່າວວ່າ “ໂຄງການນີ້ຈະເປັນການຊຸກຍູ້ເສີມສ້າງໄມຕີຈິດມິດຕະພາບອັນເປັນມູນເຊື້ອລະຫວ່າງບັນດາປະເທດ LM ທັງຈະປະ ກອບສ່ວນເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳ LM ແບບສີຂຽວກວ່າເກົ່າຮ່ວມກັນ.” ທ່ານ ສົມເດັດ ທົງໄຊ ແລະ ຜູ້ຕາງໜ້າໂຮງຮຽນທີ່ມີສ່ວນຮ່ວມໃນໂຄງການດັ່ງກ່າວຕ່າງກໍໄດ້ກ່າວວ່າ ຈະສຶກສາອົບຮົມສັ່ງສອນໃຫ້ເດັກນ້ອຍຍົກສູງສະຕິການຮັກສາສິ່ງແວດລ້ອມ, ປູກຈິດສຳນຶກການພັດທະນາແບບສີຂຽວ ແລະ ຮ່ວມກັນສ້າງອາລິຍະທຳລະບົບນິເວດຢູ່ຕາມເຂດລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ໂຄງການ “ສູນວິຖີຊີວິດແບບສີຂຽວ ສຳລັບເດັກ LM” ເປັນໂຄງການທຳອິດຂອງສະຫະພັນແມ່ຍິງທົ່ວປະເທດຈີນທີ່ກ່ຽວພັນກັບການແລກປ່ຽນລະຫວ່າງເດັກນ້ອຍ ແລະ ໄວໜຸ່ມ ພາຍໃຕ້ກົນໄກການຮ່ວມມື LM, ເຊິ່ງຈະດຳເນີນກິດຈະກໍາຕ່າງໆຈຳນວນໜຶ່ງ, ເຊັ່ນ: ການກໍ່ສ້າງໂຮງຮຽນທີ່ກ່ຽວຂ້ອງ, ຈັດການຝຶກອົບຮົມ ແລະ ການແລກປ່ຽນສໍາລັບຄູສອນ, ຈັດການປະກວດຜົນງານດ້ານຕ່າງໆຂອງເດັກ, ຈັດຄ້າຍແລກປ່ຽນບົດຮຽນ ພາຍໃຕ້ຫົວຂໍ້ການຮັກສາສິ່ງແວດລ້ອມ ແລະອື່ນໆ.