ກິດຈະກຳລົງເກັບກຳຂ່າວຮ່ວມກັນ ລະຫວ່າງ ສື່ມວນຊົນ ພາຍໃນ ແລະ ຕ່າງປະເທດກ່ຽວກັບການຮ່ວມມືດ້ານຊັບພະຍາກອນນ້ຳ LM ພາຍໃຕ້ຫົວຂໍ້ "ດື່ມນໍ້າແມ່ນໍ້າສາຍດຽວກັນ" ໄດ້ສຳເລັດລົງຢ່າງຈົບງາມ

lmcchina.org, October 2, 2022
Size:

ວັນທີ 21 ກັນຍາ, ຢູ່ທີ່ນະຄອນຄຸນໝິງໄດ້ເລີ່ມດໍາເນີນກິດຈະກຳລົງເກັບກຳຂ່າວຮ່ວມກັນລະຫວ່າງສື່ມວນຊົນພາຍໃນ ແລະ ຕ່າງປະເທດ ກ່ຽວກັບ ການຮ່ວມມືດ້ານຊັບພະຍາກອນນ້ຳ LM  ພາຍໃຕ້ຫົວຂໍ້ “ດື່ມນໍ້າແມ່ນໍ້າສາຍດຽວກັນ" ເຊິ່ງໄດ້ດໍາເນີນໄປເປັນເວລາ 3 ວັນ. ກິດຈະກໍາດັ່ງກ່າວນີ້ ໄດ້ເຊື້ອເຊີນສື່ມວນຊົນຈີນກັບຕ່າງປະເທດໄປລາຍງານຂ່າວ ແລະ ດຳເນີນການສຳພາດ” ກ່ຽວກັບການກໍ່ສ້າງອາລິຍະທຳລະບົບນິເວດ, ການປັບປະລິມານນ້ຳໄຫຼໃນແມ່ນ້ຳ, ການຮັກສາດິນແລະນ້ຳກໍຄື ໂຄງການກໍ່ສ້າງຊົນລະປະທານທີ່ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ.

ກິດຈະກຳນີ້ດຳເນີນໄປພາຍໃຕ້ການຊີ້ນຳ ຂອງ ກົມຮ່ວມມືສາກົນ ແລະ ເຕັກໂນໂລຊີ ກະຊວງຊັບພະຍາກອນນ້ຳ ສປ ຈີນ ແລະ ມີສູນການຮ່ວມມືຊັບພະຍາກອນນໍ້າ LM ຂອງປະເທດຈີນ ເປັນຜູ້ຊ່ວຍຈັດຕັ້ງປະຕິບັດ, ເຊິ່ງມີນັກຂ່າວຈີນ ແລະ ຕ່າງປະເທດ ຈຳນວນ 20 ກວ່າຄົນ ຈາກໜັງສືພິມລາຍວັນປະຊາຊົນ, ສໍານັກຂ່າວສານຊິງຮວາ ແລະ ສື່ມວນຊົນອື່ນໆຂອງຈີນ ແລະສື່ມວນຊົນຕ່າງປະເທດ ເຊັ່ນ ໜັງສືພິມອາຊີ-ປາຊິຟິກທາມປະຈຳປະເທດກຳປູເຈຍ, ໜັງສືພິມຫົງຄຳພາສາຈີນຂອງປະເທດມຽນມາ, ວາລະສານໄທວິນຂອງປະເທດໄທ, ໜັງສືພິມຊິງສຽນເຢິເປົ້າຂອງປະເທດໄທ ແລະ ໜັງສືພິມລາຍວັນສາກົນຂອງປະເທດອິນໂດເນເຊຍ ໄດ້ເຂົ້າຮ່ວມກິດຈະກຳດັ່ງກ່າວ.

ສື່ມວນຊົນຂອງຈີນ ແລະ ຕ່າງປະເທດໄດ້ສຸມໃສ່ການປົກປັກຮັກສາພູຂຽວນ້ຳໃສຕາມລໍາແມ່ນ້ຳລ້ານຊ້າງດ້ວຍຫົວຄິດປະດິດສ້າງໃໝ່ຕ່າງໆ ເຊັ່ນ ແລກປ່ຽນຖ່າຍທອດບົດຮຽນໃນການຄຸ້ມຄອງນ້ຳໃນທ້ອງຖິ່ນຂອງຕົນ ເພື່ອສະໜອງວິທີທາງແກ້ໄຂບັນຫາດິນເສື່ອມໂຊມ, ການຕົກຕະກອນ ແລະ ດິນເຊາະເຈື່ອນຢູ່ລ້ອງແມ່ນ້ຳຂອງ ແລະບັນຫາຕ່າງໆ ພ້ອມທັງແບ່ງປັນບົດຮຽນທີ່ມີຄ່າ ແລະ ແນວຄິດການຄຸ້ມຄອງນ້ຳຂອງປະເທດຈີນ.

ໃນຫຼາຍປີທີ່ຜ່ານມາ, ແຂວງຢູນນານໄດ້ດຳເນີນກິດຈະກໍາຂອງການສ້າງພື້ນສີຂຽວໃຫ້ຫຼາຍຂຶ້ນຢ່າງຕໍ່ເນື່ອງ,ເຊິ່ງໄດ້ເຮັດໃຫ້ກຳລັງການຜະລິດຂອງທີ່ດິນໄດ້ຮັບການຍົກສູງຂຶ້ນຢ່າງຫຼວງຫຼາຍ, ໄດ້ຫຼຸດຜ່ອນຜົນກະທົບຈາກໄພທຳມະຊາດ, ຊຸກຍູ້ການປັບປຸງການນຳໃຊ້ທີ່ດິນ ແລະ ໂຄງປະກອບອຸດສາຫະກຳໃນເຂດຊົນນະບົດຢ່າງສົມເຫດສົມຜົນ, ທັງໄດ້ປົວແປງສະພາບແວດລ້ອມຂອງການຜະລິດກະສິກຳໃຫ້ດີຂຶ້ນຢ່າງມີປະສິດທິຜົນ. ແຂວງຢູນນານໄດ້ສະສົມບົດຮຽນທີ່ດີໃນການຄຸ້ມຄອງ ແລະ ການຮັກສາທີ່ດິນແລະນ້ຳ ທັງໄດ້ຖ່າຍທອດບົດຮຽນທີ່ດີໃຫ້ແກ່ອະນຸພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະ ໄດ້ສ້າງໂຄງການຈຳນວນໜຶ່ງທີ່ປີ່ນອ້ອມວຽກງານດັ່ງກ່າວ. ປີ 2020-2022, ກອງທຶນສະເພາະກິດສໍາລັບການຮ່ວມມື LM ຂອງ ກະຊວງການຕ່າງປະເທດ ສປ ຈີນ ໄດ້ອຸປະຖຳໂຄງການສາທິດ “ການບໍລິຫານເຂດລ້ອງແມ່ນ້ຳນ້ອຍຢ່າງສັງລວມສຳລັບປະເທດ LM ເຊິ່ງໂຄງການດັ່ງກ່າວ ມີທັງໝົດ 3 ໄລຍະ, ແຕ່ລະໄລຍະຈະໃຊ້ເວລາ 1 ປີ.  ປີ 2020-2021, ໂດຍຢູ່ພາຍໃຕ້ການຊີ້ນຳຂອງກະຊວງຊັບພະຍາກອນນ້ຳ ສປ ຈີນ, ພາກສ່ວນທີ່ກ່ຽວຂ້ອງຂອງປະເທດຈີນໄດ້ຮ່ວມມືກັນຈັດຕັ້ງປະຕິບັດ ແລະ ໄດ້ສຳເລັດໂຄງການໄລຍະ 1 ແລະ ໄລຍະ 2 ຢູ່ແຂວງຜົ້ງສາລີ ຂອງ ສປປ ລາວ, ເຊິ່ງໄດ້ປະສົບຜົນສຳເລັດອັນຈົບງາມ.