ທາງລົດໄຟລາວ-ຈີນໄດ້ກາຍເປັນພະລັງຂັບເຄື່ອນໃໝ່ຂອງການເຊື່ອມໂຍງເຊື່ອມຈອດກັນ ແລະການຮ່ວມມືດ້ານເສດຖະກິດໃນພາກພື້ນ

CRI, September 28, 2022
Size:

ພາຍຫຼັງເປີດນຳໃຊ້ທາງລົດໄຟລາວ-ຈີນເປັນເວລາ 9 ເດືອນມານີ້, ຍອດມູນຄ່າການຂົນສົ່ງສິນຄ້າສາກົນຜ່ານທາງລົດໄຟລາວ-ຈີນ ໄດ້ບັນລຸຫຼາຍກວ່າ 10 ຕື້ຢວນ. ຂອບເຂດການຂົນສົ່ງສິນຄ້າໄດ້ກວມເອົາ 30 ແຂວງ, ເຂດ ແລະກຳແພງນະຄອນຂອງຈີນ ພ້ອມດ້ວຍປະເທດສະມາຊິກຕ່າງໆຂອງອາຊຽນ ເຊັ່ນ ລາວ, ໄທ, ກຳປູເຈຍ, ມາເລເຊຍ ເປັນຕົ້ນ. ສາມາດເວົ້າໄດ້ວ່າ: ທາງລົດໄຟລາວ-ຈີນໄດ້ກາຍເປັນພະລັງຂັບເຄື່ອນໃໝ່ຂອງການເຊື່ອມໂຍງເຊື່ອມຈອດກັນ ແລະການຮ່ວມມືດ້ານເສດຖະກິດໃນພາກພື້ນ.

ກ່ອນເປີດນຳໃຊ້ທາງລົດໄຟລາວ-ຈີນ, ນັກເສດຖະສາດບາງທ່ານເຄີຍມີຄວາມເປັນຫ່ວງວ່າ: ເມື່ອທຽບກັບປະເທດລາວ, ໂຄງການທີ່ລົງທຶນຈຳນວນ ຫຼວງຫຼາຍດັ່ງກ່າວ ອາດຈະສ້າງຜົນປະໂຫຍດໃຫ້ກັບຈີນ ແລະໄທຫຼາຍກວ່າ,  ແຕ່ຈະເຮັດໃຫ້ການຕິດໜີ້ຂອງລາວຫຼາຍຂຶ້ນ. ແຕ່ໃນທີ່ສຸດ, ທາງລົດໄຟລາວ-ຈີນໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍຈາກປະຊາຊົນ ເຊິ່ງໄດ້ຍຸດຕິຄວາມສົງໄສໃນເບື້ອງຕົ້ນຈຳນວນໜຶ່ງທີ່ມີຕໍ່ໂຄງການດັ່ງກ່າວ. ທ່ານນາງຕົງຢ້ຽນຮວາ ຫົວໜ້າຫ້ອງການສັງລວມໂຄງການທາງລົດໄຟລາວ-ຈີນກ່າວວ່າ: “ປະຊາຊົນລາວເປັນຜູ້ທີ່ໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດຈາກທາງລົດໄຟລາວ-ຈີນ. ສະບຽງອາຫານ ແລະໝາກໄມ້ຊະນິດຕ່າງໆທີ່ປະຊາຊົນລາວປູກເອງ ລ້ວນແຕ່ສາມາດຂົນສົ່ງໄປເຖິງຕະຫຼາດຈີນ ແລະຕະຫຼາດປະເທດອື່ນໆ ໂດຍຜ່ານທາງລົດໄຟລາວ-ຈີນໄດ້.”

ພາຍຫຼັງເປີດນຳໃຊ້ທາງລົດໄຟລາວ-ຈີນແລ້ວ, ການເດີນທາງລະຫວ່າງນະຄອນຫຼວງວຽງຈັນ, ວັງວຽງ, ຫຼວງພະບາງ ແລະຕົວເມືອງອື່ນໆຂອງລາວ ໃຊ້ເວລາຫຼຸດໜ້ອຍລົງ ໂດຍນຳໃຊ້ເວລາພຽງແຕ່ປະມານ 1 ຊົ່ວໂມງເທົ່ານັ້ນກໍຈະຮອດແລ້ວ. ຕາມບົດລາຍງານທີ່ເປີດເຜີຍໂດຍທະນາຄານໂລກສະແດງໃຫ້ເຫັນວ່າ: ຄາດວ່າແຕ່ລະປີ ຈະມີຊາວລາວ 4 ລ້ານຄົນ ແລະນັກທ່ອງທ່ຽວ 10 ລ້ານຄົນທີ່ມາຈາກປະເທດອ້ອມຂ້າງ ໃຊ້ບໍລິການທາງລົດໄຟລາວ-ຈີນ.

ນອກນີ້, ທາງລົດໄຟລາວ-ຈີນຍັງໄດ້ສະໜອງຕຳແໜ່ງປະກອບອາຊີບຈຳນວນຫຼວງຫຼາຍໃຫ້ແກ່ຕົວເມືອງຂອງລາວທີ່ຢູ່ລຽບຕາມທາງລົດໄຟສາຍນີ້ ເຊິ່ງໄດ້ຊຸກຍູ້ການພັດທະນາເສດຖະກິດຂອງລາວ. ສ່ວນຜະລິດຕະພັນກະສິກຳ ແລະເຄືຶຶ່ອງຫັດຖະກຳຕ່າງໆຂອງລາວ ກໍໄດ້ຈຳໜ່າຍໄປເຖິງຕະຫຼາດສາກົນໂດຍຜ່ານທາງລົດໄຟລາວ-ຈີນ ຢ່າງວ່ອງໄວ ແລະສະດວກກວ່າເກົ່າ.

ທາງລົດໄຟລາວ-ຈີນບໍ່ພຽງແຕ່ໄດ້ສ້າງຜົນປະໂຫຍດໃຫ້ກັບເສດຖະກິດລາວເທົ່ານັ້ນ, ຍັງໄດ້ຊຸກຍູ້ການພັດທະນາຂອງເຂດແຄວ້ນອື່ນໆອີກດ້ວຍ. ໂດຍເຊື່ອມໂຍງເຂົ້າກັບເຄືອຂ່າຍ “ໜຶ່ງແລວໜຶ່ງເສັ້ນທາງ”, ທາງລົດໄຟລາວ-ຈີນມີແຮງດຶງດູດນັກລົງທຶນຫຼາຍກວ່າເກົ່າ, ການຄ້າຂ້າມຊາຍແດນຜ່ານລາວໂດຍຜ່ານທາງລົດໄຟລາວ-ຈີນໃນແຕ່ລະປີ ກໍຈະເພີ່ມຂຶ້ນຕື່ມອີກ. ພາຍຫຼັງເປີດນຳໃຊ້ຈຸດປ່ຽນຖ່າຍສິນຄ້າສະຖານີວຽງຈັນໃຕ້ຂອງທາງລົດໄຟລາວ-ຈີນໃນວັນທີ 1 ກໍລະກົດ 2022 ນີ້ແລ້ວ, ເວລາການເດີນທາງແຕ່ນະຄອນຄຸນໝິງຂອງຈີນ ໄປທ່າກຳປັ່ນແຫຼມສະບັງຂອງໄທຫຼຸດລົງປະມານ 1 ມື້ເມື່ອທຽບໃສ່ການຄ່ຽນຖ່າຍດ້ວຍລົດ ທັງສາມາດຫຼຸດຕົ້ນທຶນໃນການຂົນສົ່ງໄດ້ 20% ຂຶ້ນໄປ.

ຂໍ້ໝູນລະອຽດ ແລະເລື່ອງຈິງຕ່າງໆໄດ້ສະແດງໃຫ້ເຫັນວ່າ: ທາງລົດໄຟລາວ-ຈີນບໍ່ພຽງແຕ່ໄດ້ຊ່ວຍປະເທດລາວຈາກປະເທດບໍ່ມີທາງອອກສູ່ທະເລ ຫັນເປັນປະເທດເຊື່ອມໂຍງເຊື່ອມຈອດເທົ່ານັ້ນ, ຍັງໄດ້ສະໜອງກຳລັງຄ້ຳຊູອັນແຂງແຮງໃຫ້ແກ່ການໄປມາຫາສູ່ກັນດ້ານການຄ້າລະຫວ່າງປະເທດຕ່າງໆຢູ່ລຽບຕາມທາງລົດໄຟສາຍນີ້ອີກດ້ວຍ, ຍິ່ງໄປກວ່ານັ້ນ, ຍັງໄດ້ເຮັດໃຫ້ການຮ່ວມມືລະຫວ່າງລາວ, ຈີນ ແລະປະເທດອື່ນໆທີ່ອ້ອມຂ້າງ ບັນລຸຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະຊຸກຍູ້ການພັດທະນາຮ່ວມກັນ.