ລົດໄຟຂົນສົ່ງສິນຄ້າສາກົນ “ຂະບວນດ່ວນລ້ານຊ້າງ-ນ້ຳຂອງ” ແລ່ນອອກຈາກປະເທດຈີນຫຼາຍກວ່າ 100 ຖ້ຽວ

CRI, September 26, 2022
Size:

ລົດໄຟຂົນສົ່ງສິນຄ້າສາກົນ  “ຂະບວນດ່ວນລ້ານຊ້າງ-ນ້ຳຂອງ” ເປັນຂະບວນລົດໄຟຂົນສົ່ງສິນຄ້າທີ່ແລ່ນເປັນປະຈຳຕາມທາງລົດໄຟຈີນ-ລາວ, ມີເອກະລັກພິເສດທີ່ຜ່ານດ່ານຢ່າງວ່ອງໄວ, ແລ່ນລົດດ້ວຍຄວາມໄວສູງ, ສາມາດຄວບຄຸມເວລາສົ່ງສິນຄ້າໄດ້. ນັບແຕ່ເປີດບໍລິການເປັນຕົ້ນມາ, ຂະບວນລົດໄຟດັ່ງກ່າວໄດ້ຮັບຄວາມນິຍົມຊົມຊອບ ແລະເປັນທາງເລືອກຂອງວິສາຫະກິດຂ້າມຊາດທັງຫຼາຍ, ປັດຈຸບັນ, “ຂະບວນດ່ວນລ້ານຊ້າງ-ນ້ຳຂອງ” ທີ່ແລ່ນລົດລະຫວ່າງນະຄອນຄຸນມິງແຂວງຢູນນານປະເທດຈີນ ແລະນະຄອນຫຼວງວຽງຈັນປະເທດລາວໄດ້ແລ່ນ ອອກຈາກປະເທດຈີນຫຼາຍກວ່າ 100 ຖ້ຽວ, ຍອດປະລິມານຂົນສົ່ງສິນຄ້າສົ່ງອອກມີເຖິງ 4,8 ໝື່ນໂຕນ, ມີມູນຄ່າຫຼາຍກວ່າ 2,5 ຕື້ຢວນ.

ບໍລິການຂົນສົ່ງສິນຄ້າຂອງ “ຂະບວນດ່ວນລ້ານຊ້າງ-ນ້ຳຂອງ” ໄດ້ທົ່ວເຖິງປະເທດ ແລະເຂດແຄວ້ນຕ່າງໆ, ເຊັ່ນ: ລາວ, ໄທ, ມຽນມາ, ມະເລເຊຍ, ກຳປູເຈຍ, ສິງກະໂປ ແລະອື່ນໆ. ປະເພດສິນຄ້າທີ່ຂົນສົ່ງໄດ້ເພີ່ມຈາກ 100 ກວ່າຊະນິດໃນໄລຍະເປີດບໍລິການຂຶ້ນຮອດ 1.200 ກວ່າຊະນິດໃນປັດຈຸບັນນີ້.