ເອກອັກຄະລັດຖະທູດລາວ ປະຈໍາ ສປ ຈີນ: ອາຊຽນຄວນເພີ່ມທະວີການຮ່ວມມືຮອບດ້ານກັບປະເທດຈີນ ເພື່ອບັນລຸການພັດທະນາທີ່ຮັບຜົນປະໂຫຍດຮ່ວມກັນ ແລະ ພ້ອມກັນໄດ້ຮັບໄຊຊະນະ

lmcchina.org, September 24, 2022
Size:

ໃນວັນທີ 15 ທີ່ຜ່ານມາ, ທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສປ ຈີນ ກ່າວວ່າ: ປະເທດຈີນໄດ້ກາຍເປັນຄູ່ການຄ້າໃຫຍ່ອັນດັບສອງ ແລະ ເປັນປະເທດແຫຼ່ງການລົງທຶນຂອງຕ່າງປະເທດໂດຍກົງໃຫຍ່ອັນດັບ 1 ຂອງລາວ , ເຊິ່ງຝ່າຍຈີນ ໄດ້ລົງທຶນຢູ່ລາວທັງໝົດ 833 ໂຄງການ, ຍອດລວມມູນຄ່າການລົງທຶນບັນລຸເຖິງ 16 ຕື້ໂດລາສະຫະລັດ   ອັນໄດ້ເປັນການນໍາເອົາຜົນປະ ໂຫຍດຕົວຈິງມາສູ່ສອງປະເທດ ລາວ-ຈີນ.

ໃນ ໄລຍະການຈັດງານວາງສະແດງສິນຄ້າ ຈີນ - ອາຊຽນ ຄັ້ງທີ 19, ທ່ານ ນາງ ຄໍາເພົາ ເອີນທະວັນ ໄດ້ໃຫ້ສຳພາດສະເພາະຕໍ່ສື່ມວນຊົນ ທີ່ ນະຄອນນານໜິງ ເຂດກວາງຊີ, ໂດຍໄດ້ກ່າວວ່າ, ສອງປະເທດ ລາວ-ຈີນ ເປັນປະເທດເພື່ອນມິດບ້ານໃກ້ເຮືອນຄຽງທີ່ມີສາຍພູສາຍນໍ້າຕິດຈອດກັນ, ທັງສອງປະເທດມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອເລິກເຊິ່ງ, ເຊິ່ງໄດ້ມີການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ກໍຄືພາລະກິດການພັດທະນາສັງຄົມຂອງສອງປະເທດ.

ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ຍົກໃຫ້ເຫັນວ່າ, ການເປີດນໍາໃຊ້ ເສັ້ນທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ ໄດ້ເຮັດການພົວພັນດ້ານເສດຖະກິດ-ການຄ້າຂອງສອງປະເທດມີຄວາມສະດວກສະບາຍກວ່າເກົ່າ, ທັງສາມາດຫຼຸດຕົ້ນທຶນການຂົນສົ່ງໄດ້ຫຼາຍຂຶ້ນກວ່າເກົ່າ ອັນໄດ້ເປັນການປະກອບສ່ວນສຳຄັນເຂົ້າໃນການບັນລຸແນວທາງຍຸດທະສາດ ຂອງ ສປປ ລາວ ໃນການຫັນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລເປັນປະເທດເຊື່ອມຈອດກັບພາກພື້ນ. ໃນຕໍ່ໜ້າ, ທັງສອງຝ່າຍຈະສືບຕໍ່ລົງເລິກການຮ່ວມໃນຂົງເຂດເສດຖະກິດ ແລະ ການຄ້າ ໂດຍຜ່ານການເສີມຂະຫຍາຍບົດບາດຂອງເສັ້ນທາງລົດໄຟລາວ - ຈີນຢ່າງຕໍ່ເນື່ອງ, ໂດຍສະເພາະແມ່ນເພີ່ມທະວີການຮ່ວມມືໃນຂົງເຂດກະສິກໍາ, ການແກ້ໄຂຄວາມທຸກຍາກ, ການພັດທະນາເຕັກນິກສີມືແຮງງານ ການຮ່ວມມືດ້ານຄວາມສາມາດການຜະລິດອຸດສາຫະກຳ ແລະອື່ນໆ ເພື່ອຍົກສູງຄວາມສາມາດການແຂ່ງຂັນຂອງຜະລິດຕະພັນ ແລະ ບັນລຸການຄໍ້າຊູເຊິ່ງກັນແລະກັນໃນຂົງເຂດອຸດສາຫະກຳ.

ທ່ານ ນາງ ຄຳເພົາ ເອີນທະວັນ ກ່າວວ່າ, RCEP ເປັນເຂດການຄ້າເສລີໃຫຍ່ສຸດຂອງທົ່ວໂລກໃນປັດຈຸບັນນີ້ ໄດ້ເສີມຂະຫຍາຍບົດບາດທີ່ຕັ້ງໜ້າເຂົ້າໃນການເຊື່ອມໂຍງເຊື່ອມຈອດກັນດ້ານເສດຖະກິດຂອງພາກພື້ນນີ້, ທັງໄດ້ສະໜອງການຄໍ້າປະກັນທີ່  ໜັກແໜ້ນໃຫ້ແກ່ການອຳນວຍຄວາມສະດວກ, ການຫັນເປັນທັນສະໄໝ ແລະ ຄວາມປອດໄພດ້ານການຄ້າຂອງພາກພື້ນນີ້, ພ້ອມນັ້ນຍັງຈະປະກອບສ່ວນສໍາຄັນເຂົ້າໃນການສ້າງຜົນປະໂຫຍດເຊິ່ງກັນແລະກັນ ກໍຄືການສ້າງຄວາມຈະເລີນຮຸ່ງເຮືອງຮ່ວມກັນຂອງພາກພື້ນນີ້.

ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ເຜີຍໃຫ້ຮູ້ວ່າ, ປັດຈຸບັນ ສປປ ລາວ ກຳລັງຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ , ກໍາແໜ້ນກາລະໂອກາດການພັດທະນາທີ່ມາພ້ອມກັບ RCEP ເພື່ອກຽມພ້ອມໃຫ້ແກ່ການຟື້ນຟູເສດຖະກິດໃນຍຸກຫຼັງໂຄວິດ.

ທ່ານ ນາງ ຄຳເພົາ ໄດ້ຍົກໃຫ້ເຫັນວ່າ, ອາຊຽນຄວນເພີ່ມທະວີການຮ່ວມມືຮອບດ້ານໃນທຸກຂົງເຂດກັບຈີນ, ຊຸກຍູ້ໃຫ້ຍຸດທະສາດການພັດທະນາຂອງອາຊຽນ ເຊື່ອມໂຍງເຂົ້າກັບ ການພັດທະນາເສດຖະກິດຂອງຈີນ, ພ້ອມກັນຈັດຕັ້ງປະຕິບັດ RCEP ຢ່າງມີປະສິດທິຜົນ ເພື່ອບັນລຸການຮັບຜົນປະໂຫຍດຕົວຈິງຮ່ວມກັນ ແລະ ພ້ອມກັນໄດ້ຮັບໄຊຊະນະ.