ບໍລິສັດສາຍສົ່ງໄຟຟ້າພາກໃຕ້ຈີນ ຮ່ວມມືກັບປະເທດທີ່ຢູ່ລຽບຕາມ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຊຸກຍູ້ການຄ້າໄຟຟ້າແບບສີຂຽວ ແລະ ກາກບອນຕໍ່າ

lmcchina.org, September 24, 2022
Size:

ເຂດບໍລິການກິດຈະການ ຂອງ ບໍລິສັດສາຍສົ່ງໄຟຟ້າພາກໃຕ້ຈີນຕິດຈອດກັບປະເທດລາວ, ຫວຽດນາມ ແລະ ມຽນມາ, ມາຮອດເດືອນສິງຫາປີນີ້, ໃນ 18 ປີຜ່ານມາ ບໍລິສັດດັ່ງກ່າວໄດ້ເຊື່ອມຕໍ່ລະບົບສາຍສົ່ງ ກໍາລັງແຮງ 110 kW ແລະ ກໍາລັງແຮງສູງກວ່າ 110 kW ກັບປະເທດອ້ອມຂ້າງດ້ວຍຫຼາຍສາຍ, ເຊິ່ງບໍລິມາດການຄ້າໄຟຟ້າສະສົມບັນລຸເຖິງ 65,5 ຕື້ກິໂລວັດໂມງ kW·h ຂຶ້ນໄປ, ໃນນັ້ນ, ພະລັງງານສະອາດ ກວມເອົາຫຼາຍກວ່າ 90% 

   ຢູ່ປະເທດລາວ, ໂຄງການຮັບເໝົາກໍ່ສ້າງລະບົບສາຍສົ່ງໄຟຟ້າ ແລະ ອາຍແກັສຢູ່ເຂດຊົນນະບົດ ຂອງແຂວງໄຊຍະບູລີ ທີ່ຮັບເໝົາໂດຍບໍລິສັດການກໍ່ສ້າງລະບົບສາຍສົ່ງໄຟຟ້າ ແລະ ສະຖານີໄຟຟ້າປັບຂະໜາດກວາງຊີ ວິສາຫະກິດ ສາຍສົ່ງໄຟຟ້າພາກໃຕ້ຈີນ ໄດ້ເລີ່ມການຜະລິດໃນປີ 2012, ເຊິ່ງໄດ້ອຳນວຍຄວາມສະດວກ ແລະ ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ 51.000 ຄົນ, 8.000 ກວ່າຄອບຄົວ ໃນ 69 ບ້ານທົ່ວແຂວງໄຊຍະບູລີ ຂອງ ສປປ ລາວ.

    ຢູ່ປະເທດຫວຽດນາມ, ໂຄງການກໍ່ສ້າງໂຮງໄຟຟ້າຖ່ານຫີນຢົງຊີນ ໃນຮູບແບບ BOT ໄລຍະທີ 1  ໄດ້ຍຶດຖືເອົາເປົ້າໝາຍການສ້າງໂຮງໄຟຟ້າຕົວແບບທີ່ “ກ້າວໜ້າ, ໜ້າເຊື່ອຖື, ສີຂຽວ”, ນໍາໃຊ້ອຸປະກອນ ແລະ ເຕັກນິກທີ່ທັນສະໄໝພາຍໃນປະເທດ ເພື່ອຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມໃຫ້ຢູ່ໃນລະດັບຕໍ່າທີ່ສຸດ.

    ອີງຕາມການຄາດຄະເນພາຍໃນວົງການ ເຫັນວ່າໃນປີ 2021-2025, ຈໍານວນຄວາມຕ້ອງການໄຟຟ້າ ແລະ ຈໍານວນໄຟຟ້າທີ່ນໍາໃຊ້ສະເລ່ຍຕໍ່ຫົວຄົນຂອງ 5 ປະເທດທີ່ຢູ່ລຽບຕາມ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຕ່າງຈະເພີ່ມຂຶ້ນ 6,5% ແລະ 5,8% ຕໍ່ປີ, ການກໍ່ສ້າງພື້ນຖານໂຄງລ່າງດ້ານລະບົບຕາໜ່າງໄຟຟ້າ ແລະ ແຫຼ່ງພະລັງໄຟຟ້າທີ່ມີລັກສະນະຄ້ຳປະກັນຈະຮັບການພັດທະນາຢ່າງວ່ອງໄວ, ການຮ່ວມມືດ້ານພະລັງໄຟຟ້າພາຍໃນເຂດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງຈະກ້າວເຂົ້າສູ່ “ໄລຍະທອງຄໍາ”. ໃນປັດຈຸບັນ, ບໍລິສັດສາຍສົ່ງໄຟຟ້າພາກໃຕ້ຈີນ ກໍາລັງຮ່ວມມືກັບບັນດາປະເທດ ທີ່ຢູ່ລຽບຕາມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງຊຸກຍູ້ການເຊື່ອມຕໍ່ກັນດ້ານລະບົບຕາໜ່າງໄຟຟ້າທີ່ມີແຮງດັນສູງກວ່າເກົ່າ,ເປັນລະບົບການຄ້າໄຟຟ້າແບບສີຂຽວ ແລະ ກາກບອນຕໍ່າທີ່ມີຂະໜາດໃຫຍ່ກວ່າເກົ່າ, ພ້ອມທັງພ້ອມກັນສະແຫວງຫາການຮ່ວມມືທີ່ມີລະດັບສູງກວ່າ, ເລິກເຊິ່ງກວ່າ ແລະ ກວ້າງຂວາງກວ່າເກົ່າ.