ກຸ່ມບໍລິສັດຊ່ານເຊຍຈີນຊ່ວຍສ້າງຫໍສະໝຸດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃຫ້ໂຮງຮຽນປາກງວ້າຂອງລາວ

CRI, September 22, 2022
Size:

     ສົກປີຮຽນໃໝ່ໄດ້ວຽນມາເຖິງອີກແລ້ວ, ສຳລັບນັກຮຽນຂອງໂຮງຮຽນປາກງວ້າຂອງລາວ, ສົກປີຮຽນໃໝ່ນີ້ມີຂອງຂວັນພິເສດ ຄື: ໂຮງຮຽນໄດ້ສ້າງຫໍສະໝຸດໃໝ່, ເຖິງວ່າຢູ່ນອກຮ້ອນຫຼາຍ, ແຕ່ຢູ່ໃນຫໍສະໝຸດພັດເຢັນສະບາຍ, ປື້ມໃໝ່ 2.000 ກວ່າເຫຼັ້ມໄດ້ວາງໄວ້ຢູ່ໃນຕູ້ປື້ມຢ່າງເປັນລະບຽບຮຽບຮ້ອຍ. ຕອນເຊົ້າວັນທີ 9 ກັນຍານີ້, ກິດຈະກຳ“ກິ່ນຫອມຂອງປື້ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ກໍຄື ພິທີເປີດປ້າຍຫໍສະໝຸດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຂອງໂຮງຮຽນປາກງວ້າໄດ້ຈັດຂຶ້ນຢູ່ເມືອງເຟືອງຂອງລາວຜ່ານທາງອອຟລາຍແລະອອນລາຍ.

     ກິດຈະກຳ“ກິ່ນຫອມຂອງປື້ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”ແມ່ນກິດຈະກຳສ້າງຜົນປະໂຫຍດສາທາລະນະທີ່ຈັດຂຶ້ນໂດຍກົມພາສາຕ່າງປະເທດຈີນ ແລະກອງທຶນຜົນປະໂຫຍດສາທາລະນະຈົ່ງຕ້າວປັກກິ່ງ, ຜ່ານການບໍລິຈາກປື້ມ ແລະເຄື່ອງຮຽນມາສະໜັບສະໜູນບັນດາປະເທດລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງປັບປຸງພື້ນຖານໂຄງລ່າງດ້ານການສຶກສາໃຫ້ສົມບູນຂຶ້ນ ແລະຊຸກຍູ້ການແລກປ່ຽນດ້ານວັດທະນະທຳ. ໃນເດືອນກຸມພາປີ 2021, ພາຍໃຕ້ຄວາມພະຍາຍາມຮ່ວມຂອງຝ່າຍເຈົ້າພາບ ແລະກຸ່ມບໍລິສັດຊ່ານເຊຍຈີນ, ໂຄງການ“ສົ່ງກິ່ນຫອມຂອງປື້ມໃຫ້ບັນດາປະເທດລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”ໄດ້ຮັບການປະຕິບັດຢູ່ປະເທດລາວຢ່າງເປັນທາງການເປັນຄັ້ງທຳອິດ, ແລະຕົກລົງຈະສ້າງຫໍສະໝຸດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຢູ່ໂຮງຮຽນປາກງວ້າຂອງລາວ. ປັດຈຸບັນ, ກຸ່ມບໍລິສັດຊ່ານເຊຍຈີນໄດ້ມອບຫໍສະໝຸດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ໄດ້ສ້າງສຳເລັດໃຫ້ແກ່ໂຮງຮຽນປາກງວ້າ, ແລະໄດ້ບໍລິຈາກປື້ມ 2.000 ກວ່າເຫຼັ້ມໃຫ້ແກ່ໂຮງຮຽນດັ່ງກ່າວ ເຊິ່ງລວມທັງນິທານເດັກຂອງໂລກ ວິທະຍາສາດສຳລັບເດັກນ້ອຍ ເລື່ອງເລົ່າພື້ນເມືອງລາວ ວັດທະນະທຳດັ້ງເດີມຂອງຈີນ ແລະປື້ມຮຽນຊ່ວຍການສຶກສາເປັນຕົ້ນ.

     ທ່ານບຸນຄຳ ພະມີໄຊ ຫົວໜ້າໂຮງຮຽນປາກງວ້າແນະນຳໃຫ້ຮູ້ວ່າ: ໂຮງຮຽນປາກງວ້າຂອງເມືອງເຟືອງສ້າງຂຶ້ນໃນປີ 2006, ແມ່ນໂຮງຮຽນມັດທະຍົມສົມບູນທີ່ມີປະຖົມຢູ່ນຳພຽງແຫ່ງດຽວຢູ່ບ້ານຕ່າງໆທີ່ຢູ່ບໍລິເວນໃກ້ຄຽງ, ປັດຈຸບັນມີນັກຮຽນ 500 ກວ່າຄົນ. ໂຮງຮຽນນີ້ຂາດເຂີນອຸປະກອນການສຶກສາແລະປື້ນ. ຫໍສະໝຸດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງແມ່ນຫໍສະໝຸດແຫ່ງທຳອິດຢູ່ບໍລິເວນນີ້, ປື້ມບໍລິຈາກເຫຼົ່ານີ້ມີຜົນປະໂຫຍດຫຼາຍຕໍ່ການຮຽນການສຶກສາຂອງໂຮງຮຽນປາກງວ້າເມືອງເຟືອງ.